ວິກິພີເດຍ lowiki https://lo.wikipedia.org/wiki/%E0%BB%9C%E0%BB%89%E0%BA%B2%E0%BA%AB%E0%BA%BC%E0%BA%B1%E0%BA%81 MediaWiki 1.46.0-wmf.21 first-letter ສື່ ພິເສດ ສົນທະນາ ຜູ້ໃຊ້ ສົນທະນາຂອງຜູ້ໃຊ້ ວິກິພີເດຍ ສົນທະນາກ່ຽວກັບວິກິພີເດຍ ຮູບ ສົນທະນາກ່ຽວກັບຮູບ ມີເດຍວິກິ ສົນທະນາກ່ຽວກັບມີເດຍວິກິ ແມ່ແບບ ສົນທະນາກ່ຽວກັບແມ່ແບບ ຊ່ວຍເຫຼືອ ສົນທະນາກ່ຽວກັບຊ່ວຍເຫຼືອ ໝວດ ສົນທະນາກ່ຽວກັບໝວດ TimedText TimedText talk Module Module talk Event Event talk ປະເທດອິຫຣ່ານ 0 8977 127264 126603 2026-03-28T21:26:22Z A09 17766 Reverted 1 edit by [[Special:Contributions/~2026-16733-23|~2026-16733-23]] ([[User talk:~2026-16733-23|talk]]) to last revision by Jimmy&Friends 2 (TwinkleGlobal) 127264 wikitext text/x-wiki {{Databox}} [[ຮູບ:Flag of Iran.svg|thumb|ທຸງອີຣ່ານ]] '''ອີຫລ່ານ''' ({{lang-fa|ایران}}) ຫຼືຊື່ທາງການວ່າ '''ສາທາລະນະລັດອິສະລາມອີຫລ່ານ''' ({{lang-fa|جمهوری اسلامی ايران}}) ແມ່ນປະເທດໃນ[[ຕາເວັນອອກກາງ]] ຕັ້ງຢູ່ໃນ[[ອາຊີ]][[ອາຊີຕາເວັນຕົກສຽງໃຕ້|ຕາເວັນຕົກສຽງໃຕ້]] ເຊິ່ງຊ່ວງກ່ອນປີ [[ຄ.ສ. 1935]] [[ຊາວຕາເວັນຕົກ]]ເອີ້ນວ່າ [[ແປກ]] ({{lang-fr|Perse}}) ຫຼື ເປີເຊຍ ({{lang-en|Persia}}). ມີເຂດແດນຕິດກັບ[[ປະເທດອາກເມນີ]] [[ສາທາລະນະລັດນາກໍໂນ-ກາລາບັກ]]ໂດຍພຶຕິໄນ ແລະ[[ປະເທດອາແຊກບາຍຊັງ|ອາແຊກບາຍຊັງ]]ທາງທິດຕາເວັນຕົກສຽງເໜືອ ຕິດກັບ[[ປະເທດຄາຊັກສະຖານ|ຄາຊັກສະຖານ]]ແລະ[[ປະເທດລັດເຊຍ|ລັດເຊຍ]]ໂດຍມີ[[ທະເລກາສະປີແອນ]] (Mer Caspienne) ຕິດ[[ປະເທດເຕີກເມນິສະຖານ|ເຕີກເມນິສະຖານ]]ທາງທິດຕາເວັນອອກສຽງເໜືອ ຕິດ[[ປະເທດອັບການິສະຖານ|ອັບການິສະຖານ]]ແລະ[[ປະເທດປາກີສະຖານ|ປາກີສະຖານ]]ທາງທິດຕາເວັນອອກ ຕິດ[[ອ່າວແປກ]]ແລະ[[ອ່າວໂອມານ]]ທາງທິດໃຕ້ ແລະຕິດ[[ປະເທດຕວກກີ|ຕວກກີ]]ແລະ[[ປະເທດອີຣັກ|ອີຣັກ]] (Kurdistan) ທາງທິດຕາເວັນຕົກ ມີພື້ນທີ່ດິນແດນ 1,648,195 ຕາລາງກິໂລແມັດ. ແມ່ນປະເທດໃຫຍ່ທີ່ສຸດອັນດັບທີສອງໃນຕາເວັນອອກກາງແລະອັນດັບທີ 18 ໃນໂລກ. ມີປະຊາກອນ 78.4 ລ້ານຄົນ ຫຼາຍສຸດເປັນອັນດັບທີ 17 ຂອງໂລກ. ແມ່ນປະເທດດຽວທີ່ມີຊາຍຝັ່ງທະເລກາສະປີແອນແລະ[[ມະຫາສະໝຸດອິນເດຍ]]. ມີຄວາມສຳຄັນທາງພູມລັດຖະສາດອັນຍາວນານ ຍ້ອນທີ່ຕັ້ງຢູ່ໃນກາງ[[ເອີລາຊີ]]ແລະອາຊີຕາເວັນຕົກ ແລະຢູ່ໃກ້[[ຊ່ອງແຄບຮຸນມຸດ]]. ອີຣ່ານມີອາລະຍະທຳເກົ່າແກ່ທີ່ສຸດແຫ່ງໜຶ່ງຂອງໂລກ ເລີ່ມດ້ວຍການຕັ້ງລາຊະອານາຈັກກ່ອນ[[ເອລຳ]] (Élam) ເຊິ່ງເປັນອາລະຍະທຳບູຮານໃນ 3200–2800 ປີກ່ອນຄະລິດຕະການ [[ຊາວແມດ]] (Mède) ໄດ້ຮວມພື້ນທີ່ເປັນຈັກກະວັດທຳອິດໃນ 625 ປີກ່ອນຄະລິດຕະການ ພາຍຫຼັງຊາວແມດກາຍເປັນຊາດວັດທະນະທຳແລະການເມືອງທີ່ຄອບງຳໃນພາກພື້ນ. ອີຣ່ານມີອຳນາດເຖິງຂີດສຸດລະຫວ່າງ[[ຈັກກະວັດອາເຊເມນິດ]] (Empire achéménide) ເຊິ່ງ[[ພະເຈົ້າຊີຣູດມະຫາລາດ]] (Cyrus le Grand) ຊົງກໍ່ຕັ້ງໃນ 550 ປີກ່ອນຄະລິດຕະການ ເຊິ່ງເມື່ອແຜ່ອານາເຂດໄພສານທີ່ສຸດ ແມ່ນລ້ວນກິນສ່ວນສຳຄັນຂອງໂລກບູຮານ ຕັ້ງແຕ່ບາງສ່ວນຂອງແຫຼມບານກັງ (Balkans) ເຊັ່ນ [[ທະຣາດ]] (Thrace), [[ມາເຊໂດຍ]] (Macédoine), ແລະ[[ປະເທດບູນກາລີ|ບູນກາຣີ]] (Bulgarie) ແລະເອີລົບຕາເວັນອອກທາງທິດຕາເວັນຕົກ. ຮອດລຸ່ມ[[ແມ່ນ້ຳສິນທຸ]]ທາງທິດຕາເວັນອອກ ເຮັດໃຫ້ເປັນຈັກກະວັດໃຫຍ່ສຸດໃນໂລກໃນສະໄໝນັ້ນ. ຈັກກະວັດຫຼົ້ມສະຫຼາຍໃນ 330 ປີກ່ອນຄະລິດຕະການ ຫຼັງການພິຊິດຂອງ[[ອາແລັກຊັງມະຫາລາດ]] (Alexandre le Grand) [[ຈັກກະວັດປາກ]] (Empire parthe) ກຳເໜີດຂຶ້ນຈາກເຖົ້າຖ່ານແລ້ວຕໍ່ດ້ວຍ[[ຈັກກະວັດຊາຊານິດ]] (Empire sassanide) ໃນ ຄ.ສ. 224 ເຊິ່ງອີຣ່ານກາຍເປັນຊາດນຳໃນໂລກອີກຄັ້ງ ຮ່ວມກັບ[[ຈັກກະວັດໂຣແມັງ]]-[[ຈັກກະວັດບີຊັງແຕັງ|ບີຊັງແຕັງ]] (romain-byzantin) ເປັນເວລາກວ່າສີ່ສະຕະວັດ. == ອ້າງອີງ == <references/> [[ໝວດ:ປະເທດອີຣານ]] [[ໝວດ:ສາທາລະນະລັດອິສະລາມ]] elxu0etfqvnf0qplhidzap7ez36yd1o