ວິກິພີເດຍ lowiki https://lo.wikipedia.org/wiki/%E0%BB%9C%E0%BB%89%E0%BA%B2%E0%BA%AB%E0%BA%BC%E0%BA%B1%E0%BA%81 MediaWiki 1.46.0-wmf.23 first-letter ສື່ ພິເສດ ສົນທະນາ ຜູ້ໃຊ້ ສົນທະນາຂອງຜູ້ໃຊ້ ວິກິພີເດຍ ສົນທະນາກ່ຽວກັບວິກິພີເດຍ ຮູບ ສົນທະນາກ່ຽວກັບຮູບ ມີເດຍວິກິ ສົນທະນາກ່ຽວກັບມີເດຍວິກິ ແມ່ແບບ ສົນທະນາກ່ຽວກັບແມ່ແບບ ຊ່ວຍເຫຼືອ ສົນທະນາກ່ຽວກັບຊ່ວຍເຫຼືອ ໝວດ ສົນທະນາກ່ຽວກັບໝວດ TimedText TimedText talk Module Module talk Event Event talk ນະຄອນຫຼວງວຽງຈັນ 0 2304 127381 126221 2026-04-08T21:17:26Z ~2026-21671-71 23095 Mr Sililaththongsin Thongpheng was appointed as the most recent Mayor of Vientiane Capital as of March, 2026. 127381 wikitext text/x-wiki {{Hatnote|ບົດຄວາມນີ້ແມ່ນກ່ຽວກັບນະຄອນຫຼວງວຽງຈັນທີ່ລວມມີ 9 ຕົວເມືອງທັງໝົດ. ສຳລັບເຂດບໍລິຫານອື່ນໆແມ່ນໄປທີ່ [[ວຽງຈັນ]] (5 ເມືອງເອກ) ແລະ [[ແຂວງວຽງຈັນ]].}}{{Infobox settlement | name = ນະຄອນຫຼວງວຽງຈັນ | native_name_lang = lo | settlement_type = [[ແຂວງຂອງປະເທດລາວ|ນະຄອນຫຼວງ]] | image_skyline = Montage of Vientiane Prefecture, Laos.jpg | image_caption = | image_alt = | image_map = Map of Vientiane Prefecture, Laos.jpg | map_caption = ແຜນທີ່ນະຄອນຫຼວງວຽງຈັນ | map_alt = Map of Vientiane Prefecture | image_map1 = Vientiane Prefecture-Laos.svg | map_caption1 = ແຜນທີ່ປະເທດລາວເນັ້ນນະຄອນຫຼວງວຽງຈັນ | map_alt1 = Map showing location of Vientiane Prefecture in Laos | nickname = | motto = ມາວຽງຈັນຊົມຂົວມິດຕະພາບ ກາບໄຫວ້ຫໍພະແກ້ວ<br/>ຊົມສວນປະຕູໄຊ ໄຫວ້ພະທາດຫຼວງມິ່ງຂວັນ<br/>ຊົມວິວທິວທັດແຄມແຂງ ຫາດຊາຍສີທອງດອນຈັນ<br/>ຊີມລົດອາຫານນານາຊາດ ເທິງຫໍຜາສາດສີ່ສິບຊັ້ນ<br/> ພັກຜ່ອນເທິງວິມານສະຫວັນ ໂຮງແຮມດອນຈັນພາເລດລືນາມ | coordinates = {{coord|18.1|102.6|type:adm1st_region:LA|format=dms|display=inline,title}} | coordinates_footnotes = | subdivision_type = [[ລາຍຊື່ປະເທດ ດິນແດນ ແລະ ເມືອງຫຼວງ|ປະເທດ]] | subdivision_name = {{flag|ລາວ}} | established_title = ກໍ່ຕັ້ງ | established_date = 1989 | named_for = | seat_type = ເມືອງເອກ | seat = [[ເມືອງຈັນທະບູລີ|ຈັນທະບູລີ]] | leader_party =ຮອງເລຂາພັກນະຄອນຫຼວງວຽງຈັນ | leader_title =ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ | leader_name =ສີລິລາດທົງສິນ ທອງເພັງ | area_footnotes = | area_total_km2 = 3920 | area_note = | elevation_footnotes = | elevation_m = 174 | population_footnotes = | population_total = 948477 | population_as_of = ສຳມະໂນເດືອນກໍລະກົດ ປີ2020 | population_density_km2 = auto | population_demonym = | population_note = | blank_name_sec2 = [[Human Development Index|HDI]] {{nobold|(2017)}} | blank_info_sec2 = {{increase}} 0.795<ref name="GlobalDataLab">{{Cite web|url=https://hdi.globaldatalab.org/areadata/shdi/|title=Sub-national HDI - Area Database - Global Data Lab|website=hdi.globaldatalab.org|language=en|access-date=13 September 2018}}{{nonspecific|date=June 2020}}</ref><br/>{{color|green|ສູງ}} · [[List of provinces of Laos by Human Development Index|ອັນດັບທີ 1]] | timezone1 = [[ເວລາໃນປະເທດລາວ]] | utc_offset = +7 | postal_code_type = | postal_code = | iso_code = LA-VT | website = | footnotes = }}'''ນະຄອນຫຼວງວຽງຈັນ''' (ຂຽນຕາມເຄົ້າເດີມ: ນະຄອຣຫຼວງວຽງຈັນທນ໌<ref>ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.</ref> ເດີມຊື່: '''ກຳແພງນະຄອນຫຼວງວຽງຈັນ''') ແມ່ນ[[ເມືອງຫຼວງ]]ຂອງ[[ປະເທດລາວ]] ແລະ ເປັນເມືອງທີ່ໃຫຍ່ທີ່ສຸດຂອງປະເທດ. ຕັ້ງຢູ່ພາກກາງຂອງປະເທດ ມີເມືອງເອກແມ່ນ[[ເມືອງຈັນທະບູລີ]] ນະຄອນຫຼວງ​ວຽງຈັນມີພື້ນທີ່ 3,920 km2 ແລະ ມີປະຊາກອນ 948,446 ຄົນ (ປີ 2020) ນະຄອນຫຼວງວຽງຈັນເປັນເຂດການປົກຄອງທີ່ມີການພັດທະນາຫຼາຍທີ່ສຸດໃນ 17 ແຂວງຂອງລາວ, ຕັ້ງຢູ່ບໍລິເວນໂຄ້ງແຄມ[[ແມ່ນ້ຳຂອງ|ແມ່ນໍ້າຂອງ]] ຊາຍແດນຕິດລະຫວ່າງລາວ ແລະ [[ປະເທດໄທ|ໄທ]] ໂດຍມີອານາເຂດເຊື່ອມຕໍ່ກັບ[[ຈັງຫວັດໜອງຄາຍ]] ແລະ [[ຈັງຫວັດເລີຍ]]ຂອງປະເທດໄທໂດຍມີ[[ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ|ຂົວມິດຕະພາບລາວໄທແຫ່ງທຳອິດ]]ເປັນຂົວທີ່ເຊື່ອມຕໍ່ໃຫ້ສອງປະເທດເຂົ້າມາຫາສູ່ກັນໄດ້ງ່າຍ == ການແບ່ງເຂດປົກຄອງ == {{ເບິ່ງຕື່ມຢູ່|ວຽງຈັນ}} ນະຄອນຫລວງວຽງຈັນມີເມືອງເອກ 5 ເມືອງປະກອບມີ [[ເມືອງຈັນທະບູລີ]] [[ເມືອງໄຊເສດຖາ]] [[ເມືອງສີໂຄດຕະບອງ]] [[ເມືອງຫາດຊາຍຟອງ]] [[ເມືອງສີສັດຕະນາກ]] ແລະ ລວມທັງໝົດມີ 9 ເມືອງດັ່ງນີ້ {| class="wikitable" !ລະຫັດ !ຊື່ເມືອງ !ອັກສອນໂຣມັນ !ປະຊາກອນ (2020) |- |01-01 |'''{{lang|lo|ຈັນທະບູລີ}}''' |Chanthabouli |77,255 |- |01-02 |'''{{lang|lo|ສີໂຄດຕະບອງ}}''' |Sikhottabong |138,655 |- |01-03 |'''{{lang|lo|ໄຊເສດຖາ}}''' |Xaysetttha |135,209 |- |01-04 |'''{{lang|lo|ສີສັດຕະນາກ}}''' |Sisattanak |73,610 |- |01-05 |{{lang|lo|ນາຊາຍທອງ}} |Naxaithong |88,298 |- |01-06 |{{lang|lo|ໄຊທານີ}} |Xaithani |234,939 |- |01-07 |'''{{lang|lo|ຫາດຊາຍຟອງ}}''' |Hatxaifong |111,044 |- |01-08 |{{lang|lo|ສັງທອງ}} |Sangthong |34,024 |- |01-09 |{{lang|lo|ປາກງື່ມ}} |Pakngum |55,412 |} == ປະຫວັດຄວາມເປັນມານະຄອນຫຼວງວຽງຈັນ == {{ຕ້ອງການອ້າງອີງ}} === ນະຄອນວຽງຈັນສະໄໝອານາຈັກລາວລ້ານຊ້າງ === ພະ​ເຈົ້າຟ້າງຸ່ມທ້ອນໂຮມປະເທດຊາດ ໃນສະຕະວັດທີ 14 ນັ້ນ ຈຶ່ງຮູ້ວ່າ ເມືອງວຽງຈັນໄດ້ກາຍເປັນນະຄອນລັດໜຶ່ງທີ່ເຂັ້ມແຂງສົມຄວນແລ້ວແຕ່​ບໍ່​ທັນມີກຳແພງເມືອງ​ເທື່ອ. ຕັ້ງແຕ່ພະເຈົ້າຟ້າງຸ່ມເຕົ້າໂຮມແຜ່ນດິນ ແຕ່ປີ 1​353 ຈົນເຖິງ ປີ 1560 (204 ປີ) ເມືອງຫຼວງຂອງປະເທດຍັງຕັ້ງຢູ່ [[ນະຄອນຊຽງທອງ]] (​[[ເມືອງຫຼວງພະບາງ]])​ ໂດຍມີ ພະເຈົ້າແຜ່ນດິນຫຼາຍອົງສືບຕໍ່ກັນປົກຄອງລາວມາດັ່ງນີ້ : * [[ພະເຈົ້າຟ້າງຸ່ມ]] (1353 - 1371) ປົກຄອງໄດ້ 18 ປີ * [[ພະເຈົ້າສາມແສນໄທ]] (1372 - 1417) ຜູ້​ຈັດ​ລະບຽບ​ການ ​ປົກຄອງລາວ​ຄືນໃໝ່ (ປົກຄອງໄດ້ 45 ປີ) * [[ພະເຈົ້າລ້ານຄຳແດງ]] (1417 - 1428) ປົກຄອງໄດ້ 11 ປີ * ລະຫວ່າງ 1428-1438 ບໍ່ມີເຈົ້າຊີວິດເພາະນາງ ນ້ອຍນົງຮຽວທຳການກະບົດແລ້ວຂ້າລູກພະເຈົ້າສາມແສນໄທ * [[ພະເຈົ້າໄຊຈັກກະພັດ (ວັງບູລີ)]] (1438 - 1480) ປົກຄອງໄດ້ 42 ປີ * [[ພະເຈົ້າສຸວັນນະບັນລັງ]] (1480 - 1485 ) ປົກຄອງໄດ້ 5 ປີ * [[ພະເຈົ້າຫຼ້າແສນໄຕ ພູວະນາດ]] (1485 - 1495) ປົກຄອງໄດ້ 10 ປີ * [[ພະເຈົ້າຊົມພູ]] (1495 - 1498) ປົກຄອງໄດ້ 3 ປີ * [[ພະເຈົ້າວິຊຸນນະລາດ]] (1500 - 1520) ປົກຄອງໄດ້ 20 ປີ, ທັງເປັນຂຽນ ຕຳນານຂຸນບູລົມ, ສ້າງວັດວິຊຸນະລາດ ແລະ ວັດມະໂນລົມ ທີ່ ຫຼວງພະບາງ. * [[ພະເຈົ້າໂພທິສະລາດ]] (1520 - 1550) ປົກຄອງໄດ້ 30 ປີ [[Image:Wat Si Muang.jpg|thumb|left|[[ວັດສີເມືອງ]]]] ໂດຍ​ພາຍ​ໃຕ້​ການນຳພາ​ຂອງ​ພະ​ອົງ ໄດ້​ນຳພາກໍ່ສ້າງ​ ລາຊະ​ວັງ, ຫໍພະ​ແກ້ວ, ວັດຈັນ, ວັດກາງ, ວັດເພຍວັດ ຫຼື ​ພະຍາ​ວັດ ແລະ ວັດອື່ນໆ ໃນເຂດນອກ. ສ່ວນວັດສີສະເກດ ​ແຕ່​ກ່ອນແມ່ນວັດແສນໄດ້​ສ້າງໃ​ນປີ 1521, ວັດ​ໂພ​ນພະ​ເນົາ, ວັດໜອງ​ບອນກໍ​ແມ່ນວັດທີ່​ເກົ່າ​ແກ່ສ້າງກ່ອນປີ 1530.​ ພະອົງກໍໄດ້ໄປສ້າງວັດທີ່ໂພນພິໄສ (ແຂວງໜອງຄາຍ, [[ປະເທດໄທ]] ໃນປັດຈຸບັນ) ເຊິ່ງໄດ້ຄົ້ນພົບ ຫີນສີລາຈາລຶກຂອງວັດແດນເມືອງສ້າງໃນປີ ພ.ສ 2080 (ຄ.ສ 1535) ບອກວ່າພະເຈົ້າໂພທິສະລາດໄດ້ມາສ້າງຕັ້ງໂພນພິໄສໃຫ້ເປັນເມືອງລາຊະທານີແຫ່ງໜຶ່ງ, ນອກຈາກວັດແດນເມືອງ ແລະ ວັດໂພນພູນ ເມືອງທີ່​ໂພນ ພິ​ໄສ​ແລ້ວ ເພິ່ນ ຍັງ​ໄດ້​ສ້າງວັດ ທີ່ໜອງ​ຄາຍອີກ​. (ອີງຕາມ ຂໍ້ມູນ ຂອງ Lorrillard ແລະ Henri Deydier ປີ 1958). ໃ​ນເວລາ​ຟື້ນຟູຖະໜົນເຊ​ດຖາ​ທິລາດ​ໃນ ວັ​ນທີ 17 ມັງກອນ ປີ 2007 ​ໄດ້​ຄົ້ນພົບຫີນ​ສີ​ລາ​ເລກ ​ແລະ ​ໃບ​ເສມາກຸ່ມ 1 ມີຈຳນວນ 193 ກ້ອນ, ເໜືອ ວັດ​ສີ​ເມືອງ ປະມານ 60 ແມັດ, ກົມມໍລະດົກ​ຂອງກະຊວງຖະ​ແຫຼ​ງຂ່າວ ​ແລະ ວັດທະນະທຳ ແລະ ​ຊ່ຽວຊານ ​ຕ່າງປະ​ເທດ​ໄດ້ ພິສູດ​ເບິ່ງ​ແລ້ວ​​​ເຫັນວ່າ​ແມ່ນເສົາ​ຫຼັກ​ເມືອງທີ່​ໄດ້ຝັງ​ໄວ້​ແຕ່ ປີ ຄ.ສ 1540 ສະ​ໄໝພະ​ເຈົ້າ​ໂພທິ​ສະ​ລາດ ຍັງມີ​ຊີວິດຢູ່ພຸ້ນ​ ສະນັ້ນ ລັດຖະບານ ​ສປປ ລາວ​ ຈຶ່ງ​​ໄດ້ຕົກລົງ​ສ້າງ ​ຫໍ​ໄຫວ້​ໃສ່​ສະຖານທີ່​ແຫ່ງນີ້ ​​. ຕໍ່​ມາໃນ​ວັນທີ 29 ທັນວາ ປີ 2009 ກໍ່ໄດ້ຄົ້ນ​ພົບອີກ 2 ກຸ່ມຫີ​ນ ໃບ​ເສມາ ຢູ່ໃກ້ໆ​ກຸ່​ມທີ່​ໄດ້​ຄົ້ນ​ພົບ​ມາກ່ອນ​​ແລ້ວຈຶ່ງ​ຢືນຢັ​ນວ່າ ​ແມ່ນສະຖາ​ນທີ່ເສົາ​ຫຼັກ​ເມືອງ​ແທ້. ໃນປີ 1560 ພະ​ເຈົ້າ​ໄຊ​ເຊດ​ຖາ​ທິລາດ ໄດ້ຍ້າຍ​​ເມືອງຫຼວງຂອງອານາຈັກລາວລ້ານຊ້າງມາຕັ້ງຢູ່ ນະຄອນວຽງຈັນ ພ້ອມ​ທັງອັນເຊີນເອົາ ພະແກ້ວມໍລະກົດ ແລະ ພະແຊກຄຳມານຳດ້ວຍ. ສັງ​ລວມ: ມາຮອດນີ້ ຈຶ່ງສາມາດສະຫຼຸບໄດ້ວ່າ: ນະຄອນວຽງຈັນ ໄດ້ມີປະຫວັດຕິດພັນກັບພະທາດຫຼວງມາກວ່າ 800 ປີແລ້ວ ແລະ ການພັດທະນານະຄອນວຽງຈັນ ກໍຕິດພັນກັບຄວາມສີວິໄລຈາກອິນເດຍ, ຂະເໝນ , ພະມ້າ, ມອນ, ຈີນ ​ແລະ ສະຫຍາມ ​ມາຕະຫຼອດ. ແຕ່ສິ່ງສຳຄັນທາງ ດ້ານຊີວິດຈິດໃຈຂອງຊາວວຽງຈັນແມ່ນ ຖືສາສະໜາພຸດເປັນຫຼັກປົນເປ​ກັບຮີດຄອງປະ​ເພນີຂອງ​ພາມ, ແຕ່​ຄົນ​ລາວ ມີສິນທຳປະຈຳໃຈ, ມີນິດໃສອ່ອນຫວານ , ຈິດ​​ໃຈກວ້າງຂວາງ, ມັກຄວາມສະຫງົບ, ບໍ່ມັກຮຸກຮາ​ນໃຜ, ຢູ່ໃນສິນກິນໃນທຳແທ້ ດັ່ງຈະສັງເກດເຫັນໄດ້ແຕ່ລະດ້ານ ດັ່ງຕໍ່ໄປນີ້ : ການດຳລົງຊີວິດແບບງ່າຍດາຍ : “ ເຮືອນຮ້ານ ບ້ານເສົາ ເປົ່າແຄນ ກິນເຂົ້າໜຽວ ຄ້ຽວປາແດກ ” ນີ້ ແມ່ນເອກະລັກ​ຂອງ​ລາວ​ແຕ່​ໃດ​ມາ. ການສ້າງ​ຜັງເມືອງ​ : ເມືອງ​ວຽງ​ຈັນ ​ແຕ່​ສະ​ໄໝ​ສີ​ໂຄດ​ຕະບອງມາ ​ແມ່ນ​ກວມ​ເອົາ​ທັງ​ຝັ່ງ​ຂວາ ​ຂອງ​ແມ່ນ້ຳຂອງ​ ນຳ​ດ້ວຍ. ສະຖານ​ທີ່ກ້ອງ​ ປາກ​ປ່າ​ ສັກນັ້ນແມ່ນ ທີ່​ຕັ້ງຂອງມະ​ເຫ​ສັກຫຼັກ​ເມືອງ​ມາ​ແຕ່​ກ່ອນ ເພາະວ່າກ່ອ​ນຈະ​ຊ່ວງ​ເຮືອອອກ​ພັ​ນສາທຸກໆ​ປີ ເພິ່ນຕ້ອງ​ມາ​ຄາລະວະ​ບູຊາ ບ່ອນ ​ສັກສິດ​ແຫ່ງ ນີ້ກ່ອນ , ​​ແຕ່​ສະ​ໄໝອານາຈັກ​ລາວ​ລ້າ​ນຊ້າງ ມາຣາຊະ​ວັງ ​ແມ່ນ ສະຖາ​ນທີ່ ຫໍຄຳ​ດຽວ ນີ້. [[ສະຖາປັດຕະຍະກຳ]] : ​ໃນເມື່ອ​ກ່ອນນັ້ນບໍ່​ທັນມີ​ຄັນ​ຄູນ້ຳຂອງ​ຈຶ່ງ​ຖ້ວມ​ເມືອງ​ວຽງ​ຈັນ​ເລື້ອຍໆ ເປັ​ນໄລຍະ 20 ຫາ 50 ປີ ສະນັ້ນ ​ເຮືອນ ​ຂອງ​ຊາວ​ວຽງ​ ຈັນ ​ຈຶ່ງ​ແມ່ນ ​ເຮືອ​ນທີ່​ມີ​ກ້ອງ​ລ່າງ​ສູງກ່ວາ​ແຫ່ງ​ອື່ນໆ ​ເພື່ອ​ອາ​ໄສ​ຢູ່ໃນເວລາ​ນ້ຳຖ້ວມ, ​ເປັນເຮືອນຫຼັງບໍ່ໃຫຍ່​ແຕ່ມີຫ້ອງນອນ, ຊານ , ເຮືອນຄົວ, ຫຼັງຄາມຸງ ດ້ວຍຫຍ້າ ຫຼືື ຝ້າ, ມີກ້ອງຕະລ່າງ, ມີຂັ້ນໄດ ແລະ ຮ້ານນ້ຳດື່ມ ມີເຊຍ ເພື່ອຮັບແຂກ ແລະ ທຳບຸນ (ກ້ອງຕະລ່າງ​ໃຊ້ເພື່ອມ້ຽນ ເລົ້າເຂົ້າ, ຄົກມອງ, ມ້ຽນ ໄຖ ຄາດ, ​ເປັນ ​ຄອກ​ສັດ, ຕັ້ງກີ່ ຫຼື ເຕົາຫຼໍ່). ບາງບ້ານ ກໍ່ມີຄອກງົວ, ຄວາຍຢູ່ຕ່າງຫາກ, ແຄມບ້ານ ມີ ກົກມີ້, ກົກມ່ວງ, ກົກ ພ້າວ, ກົກໝາກ, ເຄືອພູ ແລະ ມີສວນ ຄົວອີກ. [[Image:Buddha Park.jpg|thumb|right|Buddha Park]] ເຄື່ອງ​ໃຊ້ທີ່ຄົ້ນພົບມີ: ດິນ ເຜົາເຊັ່ນ ຖ້ວຍ, ຊາມ, ໄຫ, ໝໍ້, ກອກສູບຢາ, ເຄື່ອງເອ້ ເຮັດດ້ວຍທອງສຳລິດ, ພ້າ, ຂວານ ທີ່​ເຮັດດ້ວຍເຫຼັກ, ມີ ອາວຸດ ເປັນ ງ້າວ, ຫອກ ​ເຮັດດ້ວຍ ເຫຼັກກ້າ. ອຸປະກອກໍ່ສ້າງ​ເຮືອ​ຊານນັ້ນ : ຈະ​ເລີ່​ມຈາກ ໄມ້ປ່ອງ, ຫຍ້າຄາ​ໄປ​ຫາ​ໄມ້​ເນື້ອ​ແຂງ, ​ແລ້ວ​ດິ​ນເຜົາ (ດິນຈີ່ ດິນຂໍ). ສ່ວນວັດວາອາຮາມ, ທາດຕ່າງໆ ພັດສ້າງດ້ວຍຫີນປ່ຽງ, (ຫີນ ແຊງ, ດິນຈີ່, ດິນຂໍ) ຊຶ່ງເຫັນຢູ່ຕາມພື້ນວັດ​ ແລະ ທາດເກົ່າ: ວັດສີເມືອງ, ວັດ​ອິນແປງ, ວັດ​ໜອງ​ບອນ , ພື້ນ ພະທາດ ຫຼວງ ຕ່າງໆ ຈຶ່ງສັນນິຖານວ່າ: ສ້າງໃນສະໄໝສີໂຄດຕະບອງ. ໃນບັ້ນ ປາຍຊາວວຽງຈັນ ເລີ້ມໃຊ້ ປະທາຍກໍ່ແລ້ວ (ປູນປະສົມຊາຍ, ໜັງ ຄວາຍ, ນ້ຳ ອ້ອຍ ​ແລະ ຢາງໄມ້) ໃນການກໍ່ທາດກໍ່ສິມ ຊຶ່ງປະກົດໃຫ້ເຫັນໃນທາດເກົ່າແກ່ຕ່າງໆ). ສິລະປະກຳ: ໄດ້ເຫັນສິລະປະກຳຂອງມອນ, ຂະເໝນ ແລະ ອິນເດຍ ຊັບປົນກັນ ຢູ່ຕາມວັດຕ່າງໆ. ສ່ວ​ນສິ​ລະ​ປະ​ຂອງ​ຄົນ ລາວນັ້ນ​ແມ່ນ ການຄວັດ ລາຍໃສ່ໄມ້​, ຫຼໍ່​ພະ, ຄ້ອງ, ​ລະຄັງ ດ້ວຍ​ທອງ, ເຮັດ​ເຄື່ອງ​ເອ້ຍ້ອງ ​​ແລະ ເຄື່ອງ​ໃຊ້​ສອຍ ດ້ວຍທອງສຳລິດ ​ແລະ ​ດິນເຜົາ​, ແຕ້ມຮູ​ບ​ສີ ໃສ່​ ຝາ​ວັດ ແລະ ໃຊ້ນ້ຳກ້ຽງເປັນສີທາ​ພື້ນ . [[ຄົມມະນາຄົມ|ການຂົນສົ່ງ]] : ພາຫະນະເດີນທາງແມ່ນ ມີການນຳໃຊ້ມ້າ, ຊ້າງ ຕ່າງ ເຄື່ອງ ແລະ ກວຽນລາກແກ່, ມີເຮືອໃຊ້ເດີນ ທາງນ້ຳ . ການຂົນ ​ສົ່ງ ທາງບົກ ແມ່ນ ໃຊ້​ເສັ້ນທາງ ຕິດຕໍ່ລະຫວ່າງເມືອງ ຫາ ເມືອງ ເປັນທາງດິນ , ສ່ວນ ບ້ານ ​ໄປຫາກັນ ເປັນ ທາງທຳມະຊາດ ແລະ ບໍ່ກວ້າງ ບໍ່ຊື່ ພໍທໍ່ໃດ ພຽງແຕ່ໃຫ້ ກວຽນ , ລໍ້, ຊ້າງ, ມ້າໄປມາໄດ້ໃນລະດູແລ້ງເທົ່ານັ້ນ. ການເຄື່ອນທັບຂອງພະຍາຟ້າງຸ່ມ ແລະ ພະອົງ ອື່ນໆ ກໍ່ໜ້າຈະມີ ເສັ້ນທາງໄປຢູ່ ແລ້ວ, ແຕ່ຍ້ອນ ການເວລາ ຈຶ່ງໄດ້ລຶບຮ່ອງຮອຍໄປໝົດ. ການຍົກທັບໄປຕີສັດຕູຜູ້ຮຸກຮານແມ່ນ ໃຊ້ການເດີນທາງໆດິນເປັນຕົ້ນຕໍ ເພາະລາວມີຊ້າງ, ມ້າຫຼາຍ. ພົນລະເມືອງ : ເມືອງວຽງຈັນ ສະໄໝຈັນທະບູລີ ນັ້ນ : ຄົງຈະຢູ່ໃນ ຈຳນວນ ປະມານ 3 ແສນ ກ່ວາຄົນ .ປະຊາຊົນວຽງຈັນ ສ່ວນຫລາຍແມ່ນ ຕັ້ງບ້ານ ເຮືອນ ຢູ່ຕາມແຄມຂອງ ແລະ ອີກສ່ວນ ໜຶ່ງຕັ້ງເຮືອນຕາມທົ່ງ ນາ, ຮົ້ວສວນ ຢ່າງກະແຈກກະຈາຍ, ດັ່ງນັ້ນຈຶ່ງສັນນິ ຖານວ່າ ປະມານ 3 ຫາ 4 ໝື່ນຄົນ ອາດຈະມາໂຮມກັນຢູ່​ໃນ ​ເມືອງ​ຈັນທະ​ບູລີ. [[Image:Vientiane.jpg|thumb|left|180px|Vientiane avenue]] [[File:Buddha sculptures at That Luang.jpg|180px|thumb|left|Buddha sculptures at Pha That Luang]] [[Image:Vat Phra Kèo.JPG|thumb|180px|Haw Phra Kaew or Temple of the Emerald Buddha]] === ນະຄອນວຽງ​ຈັນ ສະໄໝ​ເຈົ້າ​​ໄຊ​ເສດ​ຖາ​ທິລາດ === ນະຄອນຫຼວງ​ວຽງ​ຈັນ ມີ​ອາຍຸ ຄົບຮອບ 460 ປີ (1560-2020) ນະຄອນ​ຊຽງ​ທອງ ​ເປັນ​ເມືອງ​ເອກ​ຂອງ​ອານາຈັກ​ລ້ານ​ຊ້າງ​ມາ​ໄດ້ 207 ປີ ຈິ່ງ​ມີ ການ​ປ່ຽນແປງ​, ​ເມື່ອ​ປີ 1560 ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ກະສັດ​ອົງ​ທີ 10 ຂອງ​ອານາຈັກ​ລ້ານ​ຊ້າງ ​ໄດ້​ຍ້າຍ​ຣາຊະທານີ​ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ ​ໂດຍ ໃສ່​​ຊື່ວ່າ “ ຈັນທະ​ບູ​ລີ ສີ​ສັດຕະ​ນາ​ຄະ​ນະຫຸດ​ອຸ​ຕະມະ​ຣາຊະ​ທານີ ”. ການ​ຍົກຍ້າຍ​ລາຊະທານີ ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ​ແມ່ນ​ດ້ວຍ​ເຫດຜົນຄື: ຊຽງທອງ​ຢູ່​ໃກ້​ກັບ​ເສັ້ນທາງ​ຜ່ານ​ໄປ​ມາ ຂອງ​ພວກ​ສັກ​ດີ​ນາ​ພະມ້າ(ມຽນ​ມ່າ ​ໃນ​ປັດຈຸ​ບັນ) ເຊິ່ງ​ຍາມ​ນັ້ນ ​ໄດ້​ແຜ່​ອິດ​ທິ​ພົນ​ມາ​ທາງ​ສະຫຍາມ, ລ້ານ​ນາ ​ແລະ ລ້ານ​ຊ້າງ. ດ້ານ​ໜຶ່ງ​ຊຽງ​ທອງ ກໍ​ເປັນ​ເຂດ​ຄັບແຄບ​ບໍ່​ສາມາດ​ຂະຫຍາຍ​ບ່ອນ​ທຳ​ມາ​ຫາ​ກິນ ​ໃຫ້​ປະຊາຊົນ​ໄດ້, ສ່ວນ​ວຽງ​ຈັນ​ດ້ານ​ທີ່​ຕັ້ງ​ກໍ​ແມ່ນ​ຢູ່​ໃຈ ກາງຂອງປະເທດ​ຊາດ (ເໜືອ-ໃຕ້;ຕາເວັນ​ອອກ-ຕາເວັນຕົກ) ​ແລະ ​ເປັນ​ເຂດ​ທີ່​ມີ​​ທົ່ງ​ພຽງ​ອຸດົມສົມບູນ​ໄປ​ດ້ວຍ​ເຂົ້າ​ປາ​ອາຫານ ​ແລະ ບ່ອນ​ທຳມາຫາ​ກິນ​ກໍ່​ກວ້າງຂວາງ. ໄລຍະ 333 ປີ ຂອງ​ອານາຈັກ​ລ້ານ​ຊ້າງ​ເອກະລາດເອກະ​ພາບ : - ພາຍຫລັງ​ທີ່​ຍ້າຍ​ຣາຊະທານີ​ມາ​ຕັ້ງ​ຢູ່​ວຽງ​ຈັນ (1560) ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ​ໄດ້​ສືບຕໍ່​ຜັນ​ຂະຫຍາຍ​ພາລະກິດ​ຂອງ​ເຈົ້າຟ້າ​ງຸຸ່ມ​ເພື່​ອ​ສ້າງ​ຄວາມສາມັກຄີ ​ແລະ ສະຕິ​ເປັນ​ເອກະ​ພາບ​ຂອງ​ຊາດ ໂດຍ​ສ້າງ​ກິດຈະກຳ​ຕ່າງໆ​ຄື: + ສ້າງ​ທາດຫລວງ​ກວມ​ເອົາ​ທາດ​ອົງ​ເກົ່າ, ສ້າງ​ວັດ​ວາ​ອາ​ຮາມ​ໃໝ່​ຫລາຍ​ບ່ອນ, ເອົາ​ສາສະໜາ​ພຸດ​ເປັນໃຈ​ກາງ​ໃນ​ການ​ສ້າງ​ສະຕິຊາດ​ເປັນ​ເອກະ​ພາບ. + ສ້າງ​ລາຊະ​ວັງ​ໃໝ່​ເພື່​ອ​ເສີມ​ປາລະມີ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ກັບ​ປະຊາຊົນ. + ​ໄດ້​ປະຕິບັດ​ນະໂຍບາຍ [[ສັນຕິພາບ]] ​ແລະ ມິດຕະພາບ ກັບ​ປະເທດ​ໃກ້​ຄຽງ​ເປັນຕົ້ນ​ແມ່ນ​ກັບ​ອະ​ຍຸດ​ທະ​ຍາ ​ໂດຍ​ໄດ້​ຮ່ວມ​ກັນ​ສ້າງ​ທາດ​ສີ​ສອງ​ຮັກ ຢູ່ເມືອງ​ດ່ານ​ຊ້າຍ ​ແຂວງ​ເລີຍ​ຂອງ​ໄທ ​ໃນ​ປະຈຸ​ບັນ (​ແຕ່​ກ່ອນ​ເປັນ​ດິນ​ຂອງ​ລາວ ), ​ເພື່ອ​ເປັນ​ສັນຍະ​ລັກ​ແຫ່ງ​ສັນຕິພາບ ແລະ ມິດຕະພາບ​ຕໍ່​ກັນ ​ແນໃສ່ ຕ້ານສັດຕູ​ຮ່ວມ​ກັນ​ຄື ພະມ້າ​ທີ່​ພວມ​ແຜ່​ອຳນາດ​ເຂົ້າ​ສູ່​ລ້ານ​ຊ້າງ ​ແລະ ອະ​ຍຸດ​ທະ​ຍາ​ໃນ​ເວລາ​ນັ້ນ. + ໄດ້​ນຳພາ​ປະຊາຊົນ​ຕ້ານ​ການ​ລ່ວງ​ລ້ຳ​ດິນແດນ ຂອງ​ພະມ້າ​ສອງ​ຄັ້ງ ​ເຊິ່ງ​ທັງ​ສອງ​ຄັ້ງ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ໄຊຊະນະ. ພ້ອມ​ກັນ​ນັ້ນ​ເຈົ້າ​ໄຊ​ຍະ​ເສດ​ຖາທິ​ລາດ ຍັງ​ໄດ້​ນຳ​ທັບ​ໄປ​ຕີ​ພະມ້າ ທີ່​ເຂົ້າ​ມາຕີ​ອະ​ຍຸດ​ທະ​ຍາ ( ​ໄທ ) ຢູ່​ເມືອງ​ພິດ​ສະ​ນຸ​ໂລກ. + ​ ໄດ້​ນຳ​ກຳລັງ​ລົງ​ໄປ​ປາບ​ຂະ​ບວນ​ການ​ລຸກ​ຮື ຂຶ້ນ​ຂອງ​ຊາວນາ ​ຢູ່​ພາກ​ໃຕ້​ລາວ (ແຂວງ​ອັດ​ຕະ​ປື ) ​ແລະ ​ໄດ້​ເສຍ​ຊີວິດ​ຢູ່​ທີ່​ນັ້ນ. ຈົນ​ເຖິງ​ປັດຈຸ​ບັນ ​ການເສຍ​ຊີວິດ​ຂອງ​ເພີ່ນ​ກໍ​ຍັງ​ເປັນ​ປິດສະໜາ​ຢູ່. + ວິລະ​ກຳ​ຂອງ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ​ໄດ້​ປະກອບສ່ວນ​ຢ່າງ​ສຳຄັນ​ເຂົ້າ​ໃນ​ມູນເຊື້ອຂອງ​ຊາດ: “ ມູນເຊື້ອ​ແຫ່ງ​ຄວາມ​ສາມັກຄີ ​ແລະ ສະຕິຊາດເອກະ​ພາບ ”, ພະ​ອົງ​ເປັນ​ກະສັດ​ລາວ​ອົງ​ໜຶ່ງ​ທີ່​ມີ​ນ້ຳໃຈ​ຕໍ່ສູ້​ເດັດດ່ຽວ​ກ້າຫານ​ນຳພາ​ປົກ​ປັກ​ຮັກສາ ​ແລະ ສ້າງ​ປະເທດ​ຊາດ, ​ເປັນ​ແວ່ນ​ແຍງ​ອັນ​ໃສ​ແຈ້ງ ໃຫ້​ແກ່​ຄົນ​ລາວ​ຮຸ່ນ​ປັດຈຸ​ບັນ​ໄດ້​ສືບ​ທອດ ​ແລະ ຮ່ຳຮຽນ​ເອົາ​ເຊັ່ນ: - ການ​ສ້າງ​ສຳພັນ​ທະ​ໄມຕີ​ກັບ​ປະເທດ​ໃກ້​ຄຽງ ທີ່​ມີ​ສັດຕູ​ໂຕ​ດຽວ​ກັນ​ເພື່ອ​ສະແດງ​ເຈດ​ຈຳນົງ​ເປັນ​ມິດ​ກັບ​ເພື່ອນບ້ານ​ໃກ້ຄຽງ. - ການ​ປັບປຸງ​ບໍລິຫານ​ປະເທດ​ຊາດ​ບ້ານ​ເມືອງ. - ການ​ນຳພາ​ສ້າງ​ເສດຖະກິດ ​ແລະ ວັດທະນະທຳ ( ດ້ານ​ວັດຖຸ ​ແລະ ດ້ານ​ຈິດໃຈ ). - ການ​ປົກ​ປັກ​ຮັກສາ​ປະເທດ​ຊາດ​ດ້ວຍ​ວິທີ​ເຮັດ​ສົງຄາມ​ປະຊາຊົນ ( ຕີ​ກັບ​ສັກ​ດີ​ນາ​ພະມ້າ ). - ການ​ເສີມ​ສ້າງ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ຊາດ. ພາຍຫລັງ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ສິ້ນ​ພະ​ຊົນ, ​ອານາຈັກ​ລ້ານ​ຊ້າງ​ເກີດ​ຄວາມ​ສັບສົນ ພວກ​ຂຸນ​ນາງ​ຍາດ​ຊີງ​ກັນ​​ຂຶ້ນ​ກຳ​ອຳນາດ, ຄວາມ​ສາມັກຄີ ພາຍ​ໃນ​ຖືກ​ແຕກ​ແຍກ ແລະ ມີ​ການ​ປ່ຽນແປງ​ຜູ້​ນຳ​​ຂຶ້ນ​ປົກຄອງ​ຢູ່​ເລື້ອຍໆ ​ເຮັດ​ໃຫ້​ພາຍ​ໃນ​ບໍ່​ມີ​ກຳລັງ​ແຮງ​ເປັນ​ເຫດ ​ໃຫ້​ພະມ້າ​ຍົກ​ທັບ​ເຂົ້າ​ມາຕີ​ລາວ ເປັນ​ຄັ້ງ​ທີ 3 ​ແລະ ​ໃນ​ທີ່​ສຸດ​ລາວ​ກໍ່​ຕົກ​ເປັນ​ເມືອງ​ສ່ວຍ​ຂອງ​ພະມ້າ​ເປັນ​ເວລາ 24 ປີ. ​ເຊິ່ງ​ເປັນ​ສະໄໝ​ທີ່​ອານາຈັກ​ລ້ານ​ຊ້າງ​ຕົກ​ສູ່​ຄວາມ​ມືດ​ມົນ ​ແລະ ຫງ່ວມເຫງົາ.ນະຄອນວຽງ​ຈັນ ສະໄໝ​ເຈົ້າ​​ໄຊ​ເສດ​ຖາ​ທິລາດ ນະຄອນຫຼວງ​ວຽງ​ຈັນ ມີ​ອາຍຸ ຄົບຮອບ 450 ປີ (1560-2010) ນະຄອນ​ຊຽງ​ທອງ ​ເປັນ​ເມືອງ​ເອກ​ຂອງ​ອານາຈັກ​ລ້ານ​ຊ້າງ​ມາ​ໄດ້ 207 ປີ ຈິ່ງ​ມີ ການ​ປ່ຽນແປງ​, ​ເມື່ອ​ປີ 1560 ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ກະສັດ​ອົງ​ທີ 10 ຂອງ​ອານາຈັກ​ລ້ານ​ຊ້າງ ​ໄດ້​ຍ້າຍ​ຣາຊະທານີ​ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ ​ໂດຍ ໃສ່​​ຊື່ວ່າ “ ຈັນທະ​ບູ​ລີ ສີ​ສັດຕະ​ນາ​ຄະ​ນະຫຸດ​ອຸ​ຕະມະ​ຣາຊະ​ທານີ ”. ການ​ຍົກຍ້າຍ​ລາຊະທານີ ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ​ແມ່ນ​ດ້ວຍ​ເຫດຜົນຄື: ຊຽງທອງ​ຢູ່​ໃກ້​ກັບ​ເສັ້ນທາງ​ຜ່ານ​ໄປ​ມາ ຂອງ​ພວກ​ສັກ​ດີ​ນາ​ພະມ້າ(ມຽນ​ມ່າ ​ໃນ​ປັດຈຸ​ບັນ) ເຊິ່ງ​ຍາມ​ນັ້ນ ​ໄດ້​ແຜ່​ອິດ​ທິ​ພົນ​ມາ​ທາງ​ສະຫຍາມ, ລ້ານ​ນາ ​ແລະ ລ້ານ​ຊ້າງ. ດ້ານ​ໜຶ່ງ​ຊຽງ​ທອງ ກໍ​ເປັນ​ເຂດ​ຄັບແຄບ​ບໍ່​ສາມາດ​ຂະຫຍາຍ​ບ່ອນ​ທຳ​ມາ​ຫາ​ກິນ ​ໃຫ້​ປະຊາຊົນ​ໄດ້, ສ່ວນ​ວຽງ​ຈັນ​ດ້ານ​ທີ່​ຕັ້ງ​ກໍ​ແມ່ນ​ຢູ່​ໃຈ ກາງຂອງປະເທດ​ຊາດ (ເໜືອ-ໃຕ້;ຕາເວັນ​ອອກ-ຕາເວັນຕົກ) ​ແລະ ​ເປັນ​ເຂດ​ທີ່​ມີ​​ທົ່ງ​ພຽງ​ອຸດົມສົມບູນ​ໄປ​ດ້ວຍ​ເຂົ້າ​ປາ​ອາຫານ ​ແລະ ບ່ອນ​ທຳມາຫາ​ກິນ​ກໍ່​ກວ້າງຂວາງ. === ນະຄອນວຽງຈັນສະໄໝເຈົ້າສຸລິຍະວົງສາ === ສະ​ໄໝ​ຣາຊະກາ​ນຂອງເຈົ້າ​ສຸລິຍະ​ວົງສາ, ປີ ພ.ສ 2183 (ຄ.ສ 1631) ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ ອານາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມ ບໍ່​ກ້າ​ເຂົ້າ​ມາ​ ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນ ເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ. + ​ ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກະລາດ ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະ ສ້າງ​ກົດໝາຍ​​ເພື່ອເປັ​ນຫລັກ​ ໃ​ນການ ​ປົກ​ຄອງ​ບ້ານ​ເມືອງ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາຊະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳ ຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ລູກ​ຊາຍ​ ຂອງ​ເພິ່ນ​ເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ ຖານ​ໂທດ​ຂົ່ມຂືນ​ເມຍ​ທະຫາ​ນອົງຄະລັກ​ຂອງ​ເພິ່ນ. ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ກາ​ນສຶກສາ ຂະ ຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ ນິຍາຍ​ຈາກ​ພາສາອິນ​ເດຍມາ​ເປັ​ນພາສາ​ລາວ. + ​ໄດ້​ອອກ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຊຶ່ງ​ໄດ້​ກຳນົດ​ແຈ້ງວ່າ : ດິ​ນທີ່​ມອບ​ໃຫ້​ເຖິງ 3 ປີ ແລ້ວ ຫາກ​ບໍ່​ມີ​ກາ​ນນຳ​ໃຊ້​ແມ່​ນໃຫ້ຜູ້​ອື່ນ​ສາມາດ​ ມາ​ເອົາ​ໄປ​ນຳ​ ໃຊ້​ໄດ້​ ໂດຍ​ເຈົ້າ​ຂອງ​ເກົ່າ​ບໍ່​ມີ​ສິດ​ທວງ​ຖາມ​ເອົາ​ຄືນ​ອີກ. ດ້ວຍ​ເຫດ​ນັ້ນ​ຈິ່ງ​ເຮັດ​ໃຫ້​ປະຊາຊົ​ນມີ​ຄວາມເຊື່ອ​ໝັ້ນ ​ແລະ ດຸ​ໝັ່​ນໃນ​ການ​ຜະລິດ, ປູກ​ຄັ່ງ, ປູກ ​ຍານ​ເປັ​ນສິນຄ້າ. + ​​ ໄດ້​ຜູກ​ມິດ​ໄມຕີ​ກັບປະ​ເທດ​ໃກ້​ຄຽງ, ຕິດ​ຕໍ່​ຄ້າຂາຍ​ກັບ​ຕ່າງປະ​ເທດ, ວຽງ​ຈັ​ນເວລາ​ນັ້ນ​ໄດ້​ກາຍ​ເປັນ​ສູ​ນກາງ​ກາ​ນຄ້າ ຄັ່ງ ​ແລະ ຍານ ຈົນ​ມີ​ພໍ່ຄ້າ​ ຊາວ​ ໂຮ​ນລັງ ຊື່ ວັ​ນວຸດ​ສະ​ຕົບ ​​ເຊິ່ງ​ເປັນ​ຊາວ​ຕາ​ເວັນ​ຕົກ​ຄະນະ​ທຳ​ອິດ​ທີ່​ເຂົ້າ​ມາ​ວຽງ​ຈັນ​ໃນ​ປີ 1641 ​ເພື່ອ​ຊື້ ຄັ່ງ ​ແລະ ຍານ. ​ໃນ​ປີ 1642 -1647 ມີ​ຄະນະ​ ຂອງ ຄຸ​ນພໍ່ ​ເລີ​​ເລຍ ​ແລະ ມາລີນີ​ ​ເຊິ່ງ​ເປັນ​ຊາວ​ອີ​ຕາ​ລີ ​ໄດ້​ເຂົ້າ​ມາ​ເຖິງ​ວຽງ​ຈັນ, ພວກ​ເພິ່​ນໄດ້​ຍ້ອງຍໍ​ວ່າ​ເມືອງ​ວຽງ​ຈັນ​ງົດ​ ງາມ, ຫໍ​ປະສາດ​ລາຊະ​ວັງ ສະ ຫງ່າ​ ກວ້າງຂວາງ, ປະຊາຊົ​ນລາວ​ເປັ​ນຄົ​ນ ດີ​ບໍ່​ເອົາ​ປຽບ​ເອົາ​ລັດ​ກັນ, ຮັກ​ແພງ​ຄົນ​ຕ່າງປະ​ເທດ, ເປັນ​ຄົນ​ຊື່ສັດ ​​ເກັບ​ຂອງ​ ຕົກ​ເຮ່ຍ ​​ໄດ້ກໍ່​ຄືນເຈົ້າ​ຂອງ ​ໂດຍ ​ບໍ່​ຮຽກຮ້ອງ​ຄ່າ​ຮັກສາ​ແຕ່​ຢ່າງ​ໃດ. ພວກ​ເພີ່ນ​ຍັງ​ເວົ້າ​ວ່າ ບໍ່​ເຫັນ​ຄົນ​ລາວ​ຜິດ​ຖຽງກັນ ຄົນ​ລາວ​ມີ​ກົດໝາຍ​ພື້ນ​ເມືອງ​ດີ ແລະ ປະຕິບັດ​ເຄັ່ງ​ຄັດ ຜູ້​ໃດ​ທີ່ກະ ທຳ​ຜິດຜູ້​ໃດ​ໝິ່ນປະໝາດ​ຄົນ​ອື່​ນກໍ່​ລ້ວນ​ແຕ່​ຖືກ​ປັບ​ໃໝ. ສັງ​ລວມ​ແລ້ວ​ຕະຫລອດ​ໄລຍະ 57 ປີ ທີ່​ເຈົ້າ​ສຸລະ​ຍິວົງສາ​ຂຶ້ນຄອງ​ລາດ ອານາຈັກ​ລ້ານ​ຊ້າງ​ຢູ່​ໃນ​ຄວາມ​ສະຫງົບ​ປາສະຈາກ​ເສິກ​ທາງ​ເໜືອ ​ເສືອທາງ​ໃຕ້, ປະຊາຊົ​ນມີ​ຄວາມ​ຮົ່ມ​ເຢັນ, ການ​ສຶກສາ ​ໄດ້​ຮັບ​ການ​ພັດທະນາ, ນັກປາດ​ບັນ​ດິດ, ຄຳ​ພີ​ດີກາ ນິທານ​ພື້ນ​ເມືອງ ເທບ​ນິຍາຍ, ຮີດຄອງ​ປະ​ເພນີ​ ອັ​ນ ດີງາມ ທີ່​ສືບ​ທອດ​ມາ​ເຖິງ​ປະຈຸ​ບັ​ນກໍ່​ເກີດ​ຂຶ້ນ​ໃ​ນສະ​ໄໝ​ເຈົ້າ​ສຸລິຍະ​ວົງສາ​ ຄອງ​ເມືອງ; ​ເຮັດ​ໃຫ້​ຊາດ​ລາວ​ມີ​ມູນ​ເຊື້ອອັນ​ຈົບງາມ​ທາງ​ດ້າ​ນຮີດຄອງ​ ວັດທະ ນະທຳ, ​ເປັ​ນໄລຍະ​ ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມດ້າ​ນວັດທະນະທຳ​ທີ່​ໂດດ​ເດັ່​ນທີ່​ສຸດ. ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ສິ້ນພະ​ຊົນ​ ໃນ​ປີ 1695 ພາຍຫລັງ​ຄອງ​ເມືອງ​ມາ​ໄດ້ 57 ປີ ລວມ ອາຍຸ​ໄດ້ 82 ປີ. ພາຍຫລັງ​ເຈົ້າ​ສຸລິຍະ​ວົງສາ​ສິ້ນພະ​ຊົນ, ອານາຈັກ​ລ້າ​ນຊ້າງ​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງ​ອີກ​ເທື່ອ​ໜຶ່ງ ​ເຊິ່ງສາ​ເຫດ​ແມ່ນຍ້ອນ ຜູ້​ຂຶ້ນປົກຄອງ​ເມືອງ​ບໍ່​ແມ່ນ​ເຊື້ອກະສັດ, ພຽງ​ແຕ່​ໄລຍະ 36 ປີ (1698 - 1734) ມີ​ການ​ອະພິ​ເສກ​ສາມັ​ນຊົນຂຶ້​ນເປັນ​ເຈົ້າ​ຊີວິດ​ເຖິງ 4 ອົງ ໝາຍ​ຄວາມ​ວ່າ 9 ປີ​ໃດ ປ່ຽນ​ຖ່າຍ​ເຈົ້າ​ຊີວິດ​ເທື່ອ​ໜຶ່ງ ​ເຊິ່ງຜິດ​ກັບ​ກົດ​ມົນທຽນ​ຂອງ​ສັກ​ດີນາ ສຳລັບ​ການ​ປົກຄອງ​ໃນ​ສະ​ໄໝ​ບູຮານ ​ເພາະວ່າຕາມ​ກົດ​ມົນທຽນຂອງ​ສັກ​ດີ​ນາ​ ນັ້ນແມ່ນປະຕິບັດ ​ຕາມ​ລະບອບ​ຣາຊະ​ທາຍາດ (ພໍ່ຕາ​ຍລູກຂຶ້ນ​ແທນ) ແຕ່​ອານາຈັກ​ລ້າ​ນຊ້າງ​ມີ​ໄລຍະ​ໜຶ່ງ​ຂາດ​ຜູ້​ສືບ​ແທ​ນເຮັດ​ໃຫ້ ພວກ​ຂຸນນ​າງ​ທີ່​ບໍ່​ແມ່ນ​ເຊື້ອກະສັດ​ ຈິ່ງ​ຍາດ​ກັ​ນຂຶ້ນ​ເປັນ​ເຈົ້າ​ແຜ່​ນດິນ. ສະ​ນັ້ນຈິ່ງ​ເກີດ​ການ​ໂຄ່ນ​ລົ້ມ​ກັນ ຫຼື ກໍ່​ການ​ກະບົດ ຫຼື ​ແຍກ​ຕົວ​ເປັນ​ອິດສະຫລະ ອັນ​ເປັ​ນເຫດ​ໃຫ້​ອາ​ນາຈັກລ້ານຊ້າງ​ ຖືກ​ແບ່ງ​ອອກ​ເປັນ​ 3 ອານາຈັກ​ ຄື : ອານາຈັກ​ລ້ານ​ຊ້າງ​ວຽງ​ຈັນ, ອານາຈັກລ້ານຊ້າງຫລວງ​ພະ​ບາງ ​ແລະ ອານາລ້ານຊ້າງຈັກ​ຈຳປາ​ສັກ. == ບັນດາເມືອງ == # '''[[ເມືອງຈັນທະບູລີ]]''' (1-01) # '''[[ເມືອງຫາດຊາຍຟອງ]]''' (1-07) # '''[[ເມືອງປາກງື່ມ]]''' (1-09) # '''[[ເມືອງນາຊາຍທອງ]]''' (1-05) # '''[[ເມືອງສັງທອງ]]''' (1-08) # '''[[ເມືອງສີໂຄດຕະບອງ]]''' (1-02) # '''[[ເມືອງສີສັດຕະນາກ]]''' (1-04) # '''[[ເມືອງໄຊເສດຖາ]]''' (1-03) # '''[[ເມືອງໄຊທານີ]]''' (1-06) == ການຂົນສົ່ງ == *[[ສະຖານີນະຄອນຫຼວງວຽງຈັນ]] *[[ສະຖານີຄຳສະຫວາດ]] *[[ສະໜາມບິນສາກົນວັດໄຕ]] == ສະຖານທີ່ທ່ອງທ່ຽວ == * [[ປະຕູໄຊ]] * [[ວັດຊຽງຄວານ]] * [[ຫໍພະແກ້ວ]] * [[ວັດສີສະເກດ]] * [[ວັດອົງຕື້]] * [[ທາດຫຼວງວຽງຈັນ]] * [[ວັດສີເມືອງ]] * [[ທາດດຳ]] * [[ຕາດຫ້ວຍຊາຍຂາວ]] * [[ນ້ຳພຸ]] * [[ຫໍພິພິດທະພັນແຫ່ງຊາດ]] * [[ລາວໄອເຕັກ]] * [[ຕະຫຼາດເຊົ້າມໍ]] * [[ຫໍພິພິດທະພັນ ປະທານ ໄກສອນ ພົມວິຫານ]] * [[ສວນເຈົ້າອະນຸວົງ]] * [[ຂົວມິດຕະພາບລາວ-ໄທ ແຫ່ງທີ 1]] * [[ຕາດມູນ]] *ນ້ຳຕົກຕາດຊອນ ແດນຫົງພູສູງ *ວັດພຣະບາດດານສູງ *ສ່ວນພູໄທທີລະ == ອ້າງອີງ == {{ລາຍການອ້າງອີງ}} {{ແຂວງຂອງລາວ}} {{ເມືອງໃນນະຄອນຫຼວງວຽງຈັນ}} [[ໝວດ:ແຂວງ]] [[ໝວດ:ພູມສາດ]] [[ໝວດ:ປະເທດລາວ]] [[ໝວດ:ນະຄອນຫຼວງ]] [[ໝວດ:ນະຄອນຫຼວງໃນອາຊີ]] hdv80vln1zp3525uqmpj9po3xqb2yg3 ລາຍພະນາມພະມະຫາກະສັດໄທ 0 12739 127382 127331 2026-04-09T02:32:00Z ~2026-21598-08 23096 พระมหากษัตริย์ไทย 127382 wikitext text/x-wiki '''ລາຍພະນາມ[[ພະມະຫາກະສັດໄທ]]''' ຕັ້ງແຕ່[[ລາຊະວົງພະຣ່ວງ]]ແຫ່ງ[[ອານາຈັກສຸໂຂໄທ]] ຫາ ປະຈຸບັນມີດັງນີ້ == ອານາຈັກສຸໂຂໄທ == === [[ລາຊະວົງພະຣ່ວງ]] === {| width=100% class="wikitable" style="text-align:center;" !style="background-color:#F0DC82" width=3%|ລຳດັບ ! style="background-color:#F0DC82" width=10% | ພະບໍລົມມະຮູບຫຼືກາແຜ່ນດິນ ! style="background-color:#F0DC82" width=27% | ພະນາມ ! style="background-color:#F0DC82" width=9% | ພະລາຊະສົມພົບ ! style="background-color:#F0DC82" width=9% | ເລິ່ມຄອງລາດ ! style="background-color:#F0DC82" width=9% | ສິ້ນລັດຊະການ ! style="background-color:#F0DC82" width=9% | ສະຫວັນຄົດ ! style="background-color:#F0DC82" width=20% | ຮວມປີຄອງລາດ |- | 1 | [[ຮູບ:พ่อขุนศรีอินทราทิตย์ วัดคุ้งวารี (cropped).jpg|100px]] | [[ພໍ່ຂຸນສີອິນທາທິດ]] <br><small>(ພໍ່ຂຸນບາງກາງຫາວ) | ພ.ສ. 1740 | ພ.ສ. 1792 | colspan=2| ພ.ສ. 1822</br><small>(ພະຊົນມາຍຸ 82 ພັນສາ)</small> | 30 ປີ |- | 2 | [[ຮູບ:Phra Ruang.jpg|100px]] | [[ພໍ່ຂຸນບານເມືອງ]] | ພ.ສ. 1780 | colspan=3| ພ.ສ. 1822</br><small>(ພະຊົນມາຍຸ 42 ພັນສາ)</small> | 1 ປີ |- | 3 | [[ຮູບ:Ramkhamhaeng the Great.jpg|100px]] | [[ພໍ່ຂຸນຣາມຄຳແຫງມະຫາລາດ]] <br><small>(ພໍ່ຂຸນຣາມລາດ) | ລະຫວ່າງ ພ.ສ. 1780–1790 | ພ.ສ. 1822 | colspan=2| ພ.ສ. 1841</br><small>(ພະຊົນມາຍຸປະມານ 51-61 ພັນສາ)</small> | 19 ປີ |- | 4 | [[ຮູບ:No picture Thai monarchs.svg|100px]] | [[ພະຍາເລີໄທ]] | ພ.ສ. 1805 | ພ.ສ. 1842 | colspan=2| ພ.ສ. 1866</br><small>(ພະຊົນມາຍຸ 61 ພັນສາ)</small> | 24 ປີ |- | 5 | [[ຮູບ:No picture Thai monarchs.svg|100px]] | [[ພະຍາງົ່ວນຳຖົມ]] | 1809 | ພ.ສ. 1866 | colspan=2| ພ.ສ. 1890</br><small>(ພະຊົນມາຍຸ 81 ພັນສາ)</small> | 24 ປີ |- | 6 | [[ຮູບ:Mahathammaracha I.JPG|150x150px]] | [[ພະມະຫາທຳມະຣາຊາທີ 1|ພະມະຫາທຳມະຣາຊາທີ ໑]]<br><small> (ລິໄທ) | 1843 | ພ.ສ. 1890 | colspan=2| ພ.ສ. 1911</br><small>(ພະຊົນມາຍຸ 68 ພັນສາ)</small> | 21 ປີ |- | colspan=8 style="background-color:#D8BFD8"| ''ພາຍໃຕ້ການປົກຄອງຂອງອານາຈັກອະຍຸດທະຍາ'' |- | 7 | [[ຮູບ:No picture Thai monarchs.svg|100px]] | [[ພະມະຫາທຳມະຣາຊາທີ 2|ພະມະຫາທຳມະຣາຊາທີ ໒]]<br><small> (ລືໄທ) | ? | ພ.ສ. 1911 | colspan=2| ພ.ສ. 1942 | 31 ປີ |- | 8 | [[ຮູບ:No picture Thai monarchs.svg|100px]] | [[ພະມະຫາທຳມະຣາຊາທີ 3|ພະມະຫາທຳມະຣາຊາທີ ໓]] <br><small>(ໄສລືໄທ) | ? | ພ.ສ. 1943 | colspan=2| ພ.ສ. 1962 | 19 ປີ |- | 9 | [[ຮູບ:No picture Thai monarchs.svg|100px]] | [[ພະມະຫາທຳມະຣາຊາທີ 4|ພະມະຫາທຳມະຣາຊາທີ ໔]]<br><small> (ບໍລົມປານ) | ? | ພ.ສ. 1962 | colspan=2| ພ.ສ. 1981 | 19 ປີ |- |} == ອານາຈັກອະຍຸດທະຍາ == === [[ລາຊະວົງອູ່ທອງ]] (ຄັ້ງທີ່ 1) === {| width=100% class="wikitable" style="text-align:center;" !style="background-color:#F0DC82" width=3%|ລຳດັບ ! style="background-color:#F0DC82" width=10% | ພະບໍລົມມະຮູບຫຼືກາແຜ່ນດິນ ! style="background-color:#F0DC82" width=27% | ພະນາມ ! style="background-color:#F0DC82" width=9% | ພະລາຊະສົມພົບ ! style="background-color:#F0DC82" width=9% | ເລິ່ມຄອງລາດ ! style="background-color:#F0DC82" width=9% | ສິ້ນລັດຊະການ ! style="background-color:#F0DC82" width=9% | ສະຫວັນຄົດ ! style="background-color:#F0DC82" width=20% | ຮວມປີຄອງລາດ |- | 1 | [[ຮູບ:พระบรมราชานุสาวรีย์พระเจ้าอู่ทอง อ.พระนครศรีอยุธยา จ.พระนครศรีอยุธยา.jpg|100px]] | [[ສົມເດັດພະຣາມາທິບໍດີທີ 1|ສົມເດົດພະຣາມາທິບໍດີທີ ໑]]<br><small> (ພະເຈົ້າອູ່ທອງ) | ພ.ສ. 1855 | ພ.ສ. 1893 | colspan=2| ພ.ສ. 1912</br><small>(ພະຊົນມາຍຸ 57 ພັນສາ)</small> | 20 ປີ |- | 2<br><small>(1) | [[ຮູບ:Portrait of King Ramesuan(2).jpg|100px]] | [[ສົມເດັດພະຣາເມສວນ]] | ພ.ສ. 1885 | ພ.ສ. 1912 | ພ.ສ. 1913 </br><small>(ສະຫຼະລາຊະບັນລັງ)</small> | ພ.ສ. 1938 </br><small>(ພະຊົນມາຍຸ 53 ພັນສາ)</small> | ບໍ່ເຖິງ 1 ປີ |- |} === [[ລາຊະວົງສຸພັນນະພູມ]] (ຄັ້ງທີ່ 1) === {| width=100% class="wikitable" style="text-align:center;" !style="background-color:#F0DC82" width=3%|ລຳດັບ ! style="background-color:#F0DC82" width=10% | ພະບໍລົມມະຮູບຫຼືກາແຜ່ນດິນ ! style="background-color:#F0DC82" width=27% | ພະນາມ ! style="background-color:#F0DC82" width=9% | ພະລາຊະສົມພົບ ! style="background-color:#F0DC82" width=9% | ເລິ່ມຄອງລາດ ! style="background-color:#F0DC82" width=9% | ສິ້ນລັດຊະການ ! style="background-color:#F0DC82" width=9% | ສະຫວັນຄົດ ! style="background-color:#F0DC82" width=20% | ຮວມປີຄອງລາດ |- | 3 | | [[ສົມເດັດພະບໍຣົມລາຊາທິລາດທີ 1|ສົມເດົດພະບໍຣົມລາຊາທິລາດທີ ໑]]<br><small> (ຂຸນຫຼວງພະງັ່ວ) | ພ.ສ. 1853 | ພ.ສ. 1913 | colspan=2| ພ.ສ. 1931</br><small>(ພະຊົນມາຍຸ 78 ພັນສາ)</small> | 18 ປີ |- | 4 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະເຈົ້າທອງລັນ]]<br><small> (ເຈົ້າທອງຈັນ) | ພ.ສ. 1917 | colspan=3| ພ.ສ. 1931</br><small>(ພະຊົນມາຍຸ 14 ພັນສາ)</small> | 7 ມື້ |- |} === [[ລາຊະວົງອູ່ທອງ]] (ຄັ້ງທີ່ 2) === {| width=100% class="wikitable" style="text-align:center;" !style="background-color:#F0DC82" width=3%|ລຳດັບ ! style="background-color:#F0DC82" width=10% | ພະບໍລົມມະຮູບຫຼືກາແຜ່ນດິນ ! style="background-color:#F0DC82" width=27% | ພະນາມ ! style="background-color:#F0DC82" width=9% | ພະລາຊະສົມພົບ ! style="background-color:#F0DC82" width=9% | ເລິ່ມຄອງລາດ ! style="background-color:#F0DC82" width=9% | ສິ້ນລັດຊະການ ! style="background-color:#F0DC82" width=9% | ສະຫວັນຄົດ ! style="background-color:#F0DC82" width=20% | ຮວມປີຄອງລາດ |- | 2<br><small>(2) | [[ຮູບ:Portrait of King Ramesuan(2).jpg|100px]] | [[ສົມເດັດພະຣາເມສວນ]] | ພ.ສ. 1885 | ພ.ສ. 1931 | colspan=2| ພ.ສ. 1938</br><small>(ພະຊົນມາຍຸ 53 ພັນສາ)</small> | 7 ປີ |- | 5 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະເຈົ້າຣາມລາຊາ|ສົມເດັດພະຣາມລາຊາທິລາດ]] | ພ.ສ. 1899 | ພ.ສ. 1938 | ພ.ສ. 1952</br><small>(ຖືກຮິບໂຮມລາຊະບັນລັງ)</small> | ? | 15 ປີ |- |} === [[ລາຊະວົງສຸພັນນະພູມ]] (ຄັ້ງທີ່ 2) === {| width=100% class="wikitable" style="text-align:center;" !style="background-color:#F0DC82" width=3%|ລຳດັບ ! style="background-color:#F0DC82" width=10% | ພະບໍລົມມະຮູບຫຼືກາແຜ່ນດິນ ! style="background-color:#F0DC82" width=27% | ພະນາມ ! style="background-color:#F0DC82" width=9% | ພະລາຊະສົມພົບ ! style="background-color:#F0DC82" width=9% | ເລິ່ມຄອງລາດ ! style="background-color:#F0DC82" width=9% | ສິ້ນລັດຊະການ ! style="background-color:#F0DC82" width=9% | ສະຫວັນຄົດ ! style="background-color:#F0DC82" width=20% | ຮວມປີຄອງລາດ |- | 6 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະອິນທະລາຊາ|ສົມເດັດພະນະຄະຣິນທາທິລາດ]]<br><small> (ເຈົ້ານະຄອນອິນ) | ພ.ສ. 1902 | ພ.ສ. 1952 | colspan=2| ພ.ສ. 1967</br><small>(ພະຊົນມາຍຸ 65 ພັນສາ)</small> | 15 ປີ |- | 7 | | [[ສົມເດັດບໍຣົມລາຊາທິລາດທີ 2|ສົມເດົດພະບໍຣົມລາຊາທິລາດທີ ໒]]<br><small> (ເຈົ້າສາມພະຍາ) | ພ.ສ.​ 1929 | ພ.ສ. 1967 | colspan=2| ພ.ສ. 1991</br><small>(ພະຊົນມາຍຸ 61 ພັນສາ)</small> | 24 ປີ |- | 8 | | [[ສົມເດັດພະບໍຣົມໄຕໂລກະນາດ]] | ພ.ສ. 1974 | ພ.ສ. 1991 | colspan=2| ພ.ສ. 2031</br><small>(ພະຊົນມາຍຸ 57 ພັນສາ)</small> | 40 ປີ |- | 9 | | [[ສົມເດັດພະບໍຣົມລາຊາທິລາດທີ 3|ສົມເດົດພະບໍຣົມລາຊາທິລາດທີ ໓]] <br><small> (ພະບໍຣົມລາຊາ) | ພ.ສ.​ 2005 | ພ.ສ. 2031 | colspan=2| ພ.ສ. 2034</br><small>(ພະຊົນມາຍຸ 29 ພັນສາ)</small> | 3 ປີ |- | 10 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະຣາມາທິບໍດີທີ 2|ສົມເດົດພະຣາມາທິບໍດີທີ ໒]] <br><small> (ພະເຊດຖາ) | ພ.ສ. 2015 | ພ.ສ. 2034 | colspan=2| ພ.ສ. 2072 </br><small>(ພະຊົນມາຍຸ 57 ພັນສາ)</small> | 38 ປີ |- | 11 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະບໍຣົມລາຊາທິລາດທີ 4|ສົມເດົດພະບໍຣົມລາຊາທິລາດທີ ໔]] <br><small>(ນໍພຸດທາງກູນ) | ພ.ສ.​ 2031 | ພ.ສ. 2072 | colspan=2| ພ.ສ. 2076</br><small>(ພະຊົນມາຍຸ 45 ພັນສາ)</small> | 4 ປີ |- | 12 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະຣັດສະດາທິລາດ]] | ພ.ສ. 2072 | colspan=3| ພ.ສ. 2077</br><small>(ພະຊົນມາຍຸ 5 ພັນສາ)</small> | 5 ເດືອນ |- | 13 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະໄຊລາຊາທິລາດ]] | ພ.ສ.​ 2042 | ພ.ສ. 2077 | colspan=2| ພ.ສ. 2089</br><small>(ພະຊົນມາຍຸ 47 ພັນສາ)</small> | 13 ປີ |- | 14 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະຍອດຟ້າ]] <br><small>(ພະແກ້ວຟ້າ) | ພ.ສ. 2078 | ພ.ສ. 2089 | colspan=2| ພ.ສ. 2091</br><small>(ພະຊົນມາຍຸ 13 ພັນສາ)</small> | 2 ປີ |- | - | [[ຮູບ:No picture Thai monarchs.svg|100px]] | [[ຂຸນວໍລະວົງສາທິລາດ]] | ພ.ສ.​ 2049 | colspan=3| ພ.ສ. 2091</br><small>(ພະຊົນມາຍຸ 50 ພັນສາ)</small> | 42 ມື້ |- | 15 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະມະຫາຈັກກະພັດ]]<br><small> (ພະເຈົ້າຊ້າງເຜືກ) | ພ.ສ. 2048 | ພ.ສ. 2091 | colspan=2| ພ.ສ. 2111</br><small>(ພະຊົນມາຍຸ 63 ພັນສາ)</small> | 20 ປີ |- | 16 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະມະຫິນທາທິລາດ]] | ພ.ສ. 2082 | ພ.ສ. 2111 | colspan=2| ພ.ສ. 2112</br><small>(ພະຊົນມາຍຸ 30 ພັນສາ)</small> | 1 ປີ |- | colspan=8 style="background-color:#FFC0CB"| ''[[ການເສຍກຸງສີອະຍຸດທະຍາຄັ້ງທີໜຶ່ງ|ເສຍກຸງຄັ້ງທີ 1]]'' |- |} === [[ລາຊະວົງສຸໂຂໄທ]] === {| width=100% class="wikitable" style="text-align:center;" !style="background-color:#F0DC82" width=3%|ລຳດັບ ! style="background-color:#F0DC82" width=10% | ພະບໍລົມມະຮູບຫຼືກາແຜ່ນດິນ ! style="background-color:#F0DC82" width=27% | ພະນາມ ! style="background-color:#F0DC82" width=9% | ພະລາຊະສົມພົບ ! style="background-color:#F0DC82" width=9% | ເລິ່ມຄອງລາດ ! style="background-color:#F0DC82" width=9% | ສິ້ນລັດຊະການ ! style="background-color:#F0DC82" width=9% | ສະຫວັນຄົດ ! style="background-color:#F0DC82" width=20% | ຮວມປີຄອງລາດ |- | 17 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະມະຫາທຳມະລາຊາທິລາດ|ສົມເດັດພະສັນເພັດທີ ໑]]<br><small> (ສົມເດັດພະມະຫາທຳມະລາຊາທິລາດ) | ພ.​ສ. 2064 | ພ.ສ. 2112 | colspan=2| ພ.ສ. 2133</br><small>(ພະຊົນມາຍຸ 79 ພັນສາ)</small> | 21 ປີ |- | 18 | [[ຮູບ:KingNU.jpg|100px]] | [[ສົມເດັດພະນະເຣສວນມະຫາລາດ|ສົມເດັດພະສັນເພັດທີ ໒]]<br><small>(ສົມເດັດພະນະເຣສວນມະຫາລາດ) | ພ.ສ. 2098 | 29 ກໍລະກົດ ພ.ສ. 2133 | colspan=2| 25 ເມສາ ພ.ສ. 2148</br><small>(ພະຊົນມາຍຸ 50 ພັນສາ)</small> | 15 ປີ |- | 19 | [[ຮູບ:Ekatotsarotwpamok06.jpg|100px]] | [[ສົມເດັດພະເອກາທົດສະຣົດ|ສົມເດັດພະສັນເພັດທີ ໓]] <br><small>(ສົມເດັດພະເອກາທົດສະຣົດ) | ພ.ສ. 2106 | 25 ເມສາ ພ.ສ. 2148 | colspan=2| ພ.ສ. 2153</br><small>(ພະຊົນມາຍຸ 47 ພັນສາ)</small> | 5 ປີ |- | 20 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະສີເສົາວະພາກ|ສົມເດັດພະສັນເພັດທີ ໔]]<br><small> (ສົມເດັດພະສີເສົາວະພາກ) | ? | colspan=3| ພ.ສ. 2153 | 2 ເດືອນ |- | 21 | [[ຮູບ:King Songtham.jpg|100px]] | [[ສົມເດັດພະເຈົ້າຊົງທຳ|ສົມເດັດພະບໍຣົມລາຊາທີ ໑]]<br><small> (ສົມເດັດພະເຈົ້າຊົງທຳ) | ພ.ສ. 2131 | ພ.ສ. 2154 | colspan=2| 12 ธันวาคม ພ.ສ. 2171</br><small>(ພະຊົນມາຍຸ 40 ພັນສາ)</small> | 17 ປີ |- | 22 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະເຊດຖາທິລາດ|ສົມເດັດພະບໍຣົມລາຊາທີ ໒]]<br><small> (ສົມເດັດພະເຊດຖາທິລາດ) | ພ.ສ. 2140 | ພ.ສ. 2171 | colspan=2| ພ.ສ. 2173</br><small>(ພະຊົນມາຍຸ 33 ພັນສາ)</small> | 1 ປີ 7 ເດືອນ |- | 23 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະອາທິດຕະຍະວົງ]] | ພ.ສ. 2161 | colspan=2| ພ.ສ. 2173</br><small>(ຖືກເອົາອອກຈາກລາຊະບັນລັງ)</small> | ພ.ສ. 2178</br><small>(ພະຊົນມາຍຸ 17 ພັນສາ)</small> | colspan=2 | 36 ມື້ |- |} === [[ລາຊະວົງປາສາດທອງ]] === {| width=100% class="wikitable" style="text-align:center;" !style="background-color:#F0DC82" width=3%|ລຳດັບ ! style="background-color:#F0DC82" width=10% | ພະບໍລົມມະຮູບຫຼືກາແຜ່ນດິນ ! style="background-color:#F0DC82" width=27% | ພະນາມ ! style="background-color:#F0DC82" width=9% | ພະລາຊະສົມພົບ ! style="background-color:#F0DC82" width=9% | ເລິ່ມຄອງລາດ ! style="background-color:#F0DC82" width=9% | ສິ້ນລັດຊະການ ! style="background-color:#F0DC82" width=9% | ສະຫວັນຄົດ ! style="background-color:#F0DC82" width=20% | ຮວມປີຄອງລາດ |- | 24 | [[ຮູບ:Portrait of King Prasat Thong.jpeg|100px]] | [[ສົມເດັດພະເຈົ້າປາສາດທອງ|ສົມເດັດພະສັນເພັດທີ ໕]]<br><small>(ສົມເດັດພະເຈົ້າປາສາດທອງ)</small> | ພ.ສ. 2143 | ພ.ສ. 2173 | colspan=2| ພ.ສ. 2199</br><small>(ພະຊົນມາຍຸ 56 ພັນສາ)</small> | 25 ປີ |- | 25 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດເຈົ້າຟ້າໄຊ|ສົມເດັດພະສັນເພັດທີ ໖]]<br><small>(ສົມເດັດເຈົ້າຟ້າໄຊ) | ? | colspan=3| ພ.ສ. 2199 | 9 ເດືອນ |- | 26 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະສີສຸທຳລາຊາ|ສົມເດັດພະສັນເພັດທີ ໗]]<br><small>(ສົມເດັດພະສີສຸທຳລາຊາ)</small> | ? | colspan=3| ພ.ສ. 2199 | 2 ເດືອນ 17 ມື້ |- | 27 | [[ຮູບ:Narai.JPG|100px]] | [[ສົມເດັດພະນາຣາຍມະຫາລາດ|ສົມເດັດພະຣາມາທິບໍດີທີ ໓]] <br><small>(ສົມເດັດພະນາຣາຍມະຫາລາດ)</small> | ພ.ສ. 2175 | ພ.ສ. 2199 | colspan=2| 11 ກໍລະກົດ ພ.​ສ. 2231</br><small>(ພະຊົນມາຍຸ 56 ພັນສາ)</small> | 32 ປີ |- |} === [[ລາຊະວົງບ້ານພູຫຼວງ]] === {| width=100% class="wikitable" style="text-align:center;" !style="background-color:#F0DC82" width=3%|ລຳດັບ ! style="background-color:#F0DC82" width=10% | ພະບໍລົມມະຮູບຫຼືກາແຜ່ນດິນ ! style="background-color:#F0DC82" width=27% | ພະນາມ ! style="background-color:#F0DC82" width=9% | ພະລາຊະສົມພົບ ! style="background-color:#F0DC82" width=9% | ເລິ່ມຄອງລາດ ! style="background-color:#F0DC82" width=9% | ສິ້ນລັດຊະການ ! style="background-color:#F0DC82" width=9% | ສະຫວັນຄົດ ! style="background-color:#F0DC82" width=20% | ຮວມປີຄອງລາດ |- | 28 | [[ຮູບ:Phetracha Drawing by M Worapinit.jpg|100px]] | [[ສົມເດັດພະເພດລາຊາ]] | ພ.ສ. 2175 | ພ.ສ. 2231 | colspan=2| ພ.ສ. 2246</br><small>(ພະຊົນມາຍຸ 71 ພັນສາ)</small> | 15 ປີ |- | 29 | [[ຮູບ:พระบรมรูป สมเด็จพระเจ้าเสือ วัดไทร.jpg|100px]] | [[ສົມເດັດພະສັນເພັດທີ 8|ສົມເດົດພະສັນເພັດທີ ໘]]<br><small>(ພະເຈົ້າເສືອ)</small> | ພ.ສ. 2204 | ພ.ສ. 2246 | colspan=2| ພ.ສ. 2251</br><small>(ພະຊົນມາຍຸ 47 ພັນສາ)</small> | 5 ປີ |- | 30 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະສັນເພັດທີ 9|ສົມເດົດພະສັນເພັດທີ ໙]]<br><small>(ພະເຈົ້າທ້າຍສະ) | ພ.ສ. 2221 | ພ.ສ. 2251 | colspan=2| พ.ศ. 2275</br><small>(ພະຊົນມາຍຸ 54 ພັນສາ)</small> | 24 ปี |- | 31 | [[ຮູບ:Boromkot wat hantra 1.jpg|100px]] | [[ສົມເດັດພະເຈົ້າຢູ່ຫົວບໍຣົມໂກດ|ສົມເດັດພະບໍຣົມລາຊາທິລາດທີ ໕]]<br><small>(ສົມເດັດພະເຈົ້າຢູ່ຫົວບໍຣົມໂກດ) | ພ.ສ. 2223 | ພ.ສ. 2275 | colspan=2| ພ.ສ. 2301</br><small>(ພະຊົນມາຍຸ 78 ພັນສາ)</small> | 26 ປີ |- | 32 | [[ຮູບ:No picture Thai monarchs.svg|100px]] | [[ສົມເດັດພະເຈົ້າອຸທຸມພອນ|ສົມເດັດພະບໍຣົມລາຊາທິລາດທີ ໖]]<br><small>(ສົມເດັດພະເຈົ້າອຸທຸມພອນ) | ພ.ສ. 2265 | colspan=2| ພ.ສ. 2301</br><small>(ສະຫຼະລາຊະບັນລັງ)</small> | ພ.ສ. 2339</br><small>(ພະຊົນມາຍຸ 74 ພັນສາ)</small> | 2 ເດືອນ |- | 33 | [[ຮູບ:KingEkkathat Wat Lamud Ayutthaya.jpg|100px]] | [[ສົມເດັດພະທີ່ນັ່ງສຸຣິຍາດອັມມະຣິນ|ສົມເດັດພະບໍຣົມລາຊາທີ ໓]]<br><small>(ສົມເດັດພະເຈົ້າເອກກະທັດ)</small> | ພ.ສ. 2252 | ພ.ສ. 2301 | ພ.ສ. 2310 | ພ.ສ. 2310</br><small>(ພະຊົນມາຍຸ 58 ພັນສາ)</small> | 9 ປີ |- | colspan=8 style="background-color:#FFC0CB"| ''[[ການເສຍກຸງສີອະຍຸດທະຍາຄັ້ງທີສອງ|ເສຍກຸງຄັ້ງທີ 2]]'' |- |} == ອານາຈັກທົນບຸຣີ == === [[ລາຊະວົງທົນບຸຣີ​]] === {| width=100% class="wikitable" style="text-align:center;" !style="background-color:#F0DC82" width=3%|ລຳດັບ ! style="background-color:#F0DC82" width=10% | ພະຮູບ ! ! style="background-color:#F0DC82" width="27%" | ພະນາມ ! style="background-color:#F0DC82" width=9% | ພະລາຊະສົມພົບ ! style="background-color:#F0DC82" width=9% | ເລິ່ມຄອງລາດ ! style="background-color:#F0DC82" width=9% | ບໍຣົມມະລາຊາພິເສກ ! style="background-color:#F0DC82" width=9% | ສິ້ນລັດຊະການ ! style="background-color:#F0DC82" width=9% | ສະຫວັນຄົດ ! style="background-color:#F0DC82" width=20% | ຮວມປີຄອງລາດ |- | 1 |[[ຮູບ:KingTaksin of Thonburi.jpg|100px]] |พระตรามหาเดช.jpg | [[ສົມເດັດພຣະເຈົ້າກຸງທົນບຸຣີ|ສົມເດັດພະບໍຣົມລາຊາທີ ໔]] <br><small>(ສົມເດັດພຣະເຈົ້າຕາກສິນມະຫາລາດ)</small> | 22 ມີນາ ພ.ສ. 2277 <br>หรือ<br> 17 ເມສາ ພ.ສ. 2277 | colspan=2 | 28 ທັນວາ ພ.ສ. 2310 | colspan=2 | 6 ເມສາ ພ.ສ. 2325 <br><small>(ພະຊົນມາຍຸ 47 ພັນສາ)</small> | 14 ປີ 99 ມື້ |- |} == ອານາຈັກຣັດຕະນະໂກສິນ ລາຊະອານາຈັກສະຫຍາມ ແລະລາຊະອານາຈັກໄທ == === [[ລາຊະວົງຈັກກີ]] === {| width=100% class="wikitable" style="text-align:center;" !style="background-color:#F0DC82" width=3%|ລຳດັບ ! style="background-color:#F0DC82" width=10% | ພະຮູບ ! ! style="background-color:#F0DC82" width="27%" | ພະນາມ ! style="background-color:#F0DC82" width=9% | ພະລາຊະສົມພົບ ! style="background-color:#F0DC82" width=9% | ເລິ່ມຄອງລາດ ! style="background-color:#F0DC82" width=9% | ບໍຣົມມະລາຊາພິເສກ ! style="background-color:#F0DC82" width=9% | ສິ້ນລັດຊະການ ! style="background-color:#F0DC82" width=9% | ສະຫວັນຄົດ ! style="background-color:#F0DC82" width=20% | ຮວມປີຄອງລາດ |- | 1 |[[ຮູບ:Buddha Yodfa Chulaloke portrait.jpg|100px]] |Jor por ror Rama III.jpg | [[ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ]] | 20 ມີນາ ພ.​ສ. 2279 | 6 ເມສາ ພ.​ສ. 2325 | 13 ມິຖຸນາ ພ.​ສ. 2325 <br><small>(ຄັ້ງທີ 1)</small><br>17 ມີຖຸນາ ພ.​ສ. 2328<br><small>(ຄັ້ງທີ 2)</small> | colspan=2| 7 ກັນຍາ ພ.​ສ. 2352 <br><small>(ພະຊົນມາຍຸ 73 ພັນສາ)</small> | 27 ປີ |- | 2 |[[ຮູບ:Buddha Loetla Nabhalai portrait.jpg|100px]] |RAMA VIII Royal aide-de-camp Badge.jpg | [[ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ]] | 24 ກຸມພາ ພ.​ສ. 2310 | 7 ກັນຍາ ພ.​ສ. 2352 | 17 ກັນຍາ ພ.​ສ. 2352 | colspan=2| 27 ກໍລະກົດ ພ.​ສ. 2367 <br><small>(ພະຊົນມາຍຸ 57 ພັນສາ)</small> | 15 ປີ |- | 3 |[[ຮູບ:Nangklao portrait.jpg|100px]] |Rama III Royal Monogram.png | [[ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ]] <br><small>(ພະມະຫາເຈດສະດາລາດເຈົ້າ)</small> | 31 ມີນາ ພ.​ສ. 2330 | 21 ກໍລະກົດ ພ.​ສ. 2367 | 1 ສິງຫາ ພ.​ສ. 2367 | colspan=2| 2 ເມສາ ພ.​ສ. 2394 <br><small>(ພະຊົນມາຍຸ 64 ພັນສາ)</small> | 27 ປີ |- | 4 |[[ຮູບ:Mongkut portrait.jpg|100px]] |Royal Monogram of King Rama IV.svg | [[ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ]] | 18 ຕຸລາ ພ.​ສ. 2347 | 2 ເມສາ ພ.​ສ. 2394 | 15 ພຶດສະພາ ພ.​ສ. 2394 | colspan=2| 1 ຕຸລາ ພ.​ສ. 2411 <br><small>(ພະຊົນມາຍຸ 63 ພັນສາ)</small> | 17 ປີ |- | 5 |[[ຮູບ:King Chulalongkorn.jpg|100px]] |Royal Monogram of King Rama V.svg | [[ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ]] <br><small>(ພະປິຍະມະຫາລາດ)</small> | 20 ກັນຍາ ພ.​ສ. 2396 | 1 ຕຸລາ ພ.​ສ. 2411 | 11 ພະຈິກ ພ.​ສ. 2411 <br><small>(ຄັ້ງທີ 1)</small><br>16 ພະຈິກ ພ.​ສ. 2416<br><small>(ຄັ້ງທີ 2)</small> | colspan=2| 23 ຕຸລາ ພ.​ສ. 2453 <br><small>(ພະຊົນມາຍຸ 57 ພັນສາ)</small> | 42 ປີ |- | 6 |[[ຮູບ:King Vajiravudh.jpg|100px]] |Royal Monogram of Vajiravudh - วปร6.svg | [[ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ]] <br><small>(ພະມະຫາທີຣະລາດເຈົ້າ)</small> | 1 ມັງກອນ ພ.​ສ. 2423 | 23 ຕຸລາ ພ.​ສ. 2453 | 11 ພະຈິກ ພ.​ສ. 2453 <br><small>(ຄັ້ງທີ 1)</small><br>28 ພະຈິກ ພ.​ສ. 2454<br><small>(ຄັ້ງທີ 2)</small> | colspan=2| 26 ພະຈິກ ພ.​ສ. 2468 <br><small>(ພະຊົນມາຍຸ 45 ພັນສາ)</small> | 15 ປີ |- | 7 |[[ຮູບ:Prajadhipok portrait.jpg|100px]] |Royal Monogram of Prajadhipok.svg | [[ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ]] | 8 ພະຈິກ ພ.​ສ. 2436 | 26 ພະຈິກ ພ.​ສ. 2468 | 25 ກຸມພາ ພ.​ສ. 2469 | 2 ມີນາ ພ.​ສ. 2478 <br><small>(ສະຫຼະລາຊະບັນລັງ)</small> | 30 ພຶດສະພາ ພ.​ສ. 2484 <br><small>(ພະຊົນມາຍຸ 47 ພັນສາ)</small> | 9 ປີ |- | 8 |[[ຮູບ:King Ananda Mahidol portrait photograph.jpg|100px]] |Royal Monogram of King Ananda Mahidol.svg | [[ພະບາດສົມເດັດພະປໍຣະເມນມະຫາອານັນທະມະຫິດົນ ພະອັດຖະມະຮາມາທິບໍດິນ|ພະບາດສົມເດັດພະປໍຣະເມນມະຫາອານັນທະມະຫິດົນ]] <br><small>(ພະອັດຖະມະຣາມາທິບໍດິນ)</small> | 20 ກັນຍາ ພ.​ສ. 2468 | 2 ມີນາ ພ.​ສ. 2478 | - | colspan=2| 9 ມິຖຸນາ ພ.​ສ. 2489 <br><small>(ພະຊົນມາຍຸ 20 ພັນສາ)</small> | 12 ປີ |- | 9 |[[ຮູບ:Portrait of King Bhumibol Adulyadej in Thai Government House.jpg|100px]] |Royal Monogram of King Bhumibol Adulyadej.svg | [[ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ|ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ]]<br><small>(ພະພັດທະຣະມະຫາລາດ)</small> | 5 ທັນວາ ພ.​ສ. 2470 | 9 ມິຖຸນາ ພ.​ສ. 2489 | 5 ພຶດສະພາ ພ.​ສ. 2493 | colspan=2| 13 ຕຸລາ ພ.​ສ. 2559 <br><small>(ພະຊົນມາຍຸ 88 ພັນສາ)</small> | 70 ປີ |- | 10 |[[ຮູບ:King Rama X official.png|100px]] |Royal Monogram of King Rama X.svg || [[ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ]] | 28 ກໍລະກົດ ພ.​ສ. 2495 | 13 ຕຸລາ ພ.​ສ. 2559 | 4 ພຶດສະພາ ພ.​ສ. 2562 | colspan=2| ປັດຈຸບັນ <br><small>(ພະຊົນມາຍຸ 66 ພັນສາ+)</small> | 2 ປີ+ |} == ເບິ່ງຕື່ມ == * [[ລາຍພະນາມພະພັນລະຍາເຈົ້າໃນພະມະຫາກະສັດໄທ (ສະຫຍາມ)]] == ອ້າງອີງ == {{ລາຍການອ້າງອີງ}} == ບັນນານຸກົມ == * [[ประเสริฐ ณ นคร]] ''พ่อขุนศรีอินทราทิตย์'' สารานุกรมไทย ฉบับ[[ราชบัณฑิตยสถาน]] เล่ม 26 หน้า 16861-16864 พ.ศ. 2549 * เกร็ดความรู้จาก[[ประชุมพงศาวดาร]] ฉบับ[[กาญจนาภิเษก]] . -- กรุงเทพฯ : [[สำนักวรรณกรรมและประวัติศาสตร์]] [[กรมศิลปากร]], พ.ศ. 2550 ISBN 978-974-824-4 * [http://www.royin.go.th/th/knowledge/detail.php?ID=968 พระนามพระมหากษัตริย์] {{Webarchive|url=https://web.archive.org/web/20131203004228/http://www.royin.go.th/th/knowledge/detail.php?ID=968 |date=2013-12-03 }} จาก [[ราชบัณฑิตยสถาน]] * จุลจอมเกล้าเจ้าอยู่หัว, พระบาทสมเด็จพระ, [http://fulltext.car.chula.ac.th/doc.asp?dirid=I0014&page=0067&dirname=พระราชนิพนธ์ในพระบาทสมเด็จพระจุลจอมเกล้าเจ้าอยู่หัวทรงวิจารณ์เรื่องพระราชพงศาวดารกับเรื่องราชประเพณีการตั้งพระมหาอุปราช พระราชนิพนธ์ในพระบาทสมเด็จพระจุลจอมเกล้าเจ้าอยู่หัวทรงวิจารณ์เรื่องพระราชพงศาวดารกับเรื่องราชประเพณีการตั้งพระมหาอุปราช], ๒๔๗๙, ๙๕ หน้า {{ພະມະຫາກະສັດໄທ}} [[ໝວດ:ພະມະຫາກະສັດໄທ| ]] [[ໝວດ:ລາຍພະນາມພະມະຫາກະສັດໄທ|ທຍ]] lrhrw48cwps7qfthm00qeq7b93ka2is ລາວລີກ 1 0 20661 127383 125034 2026-04-09T05:10:25Z ยุทธนาสาระขันธ์ 13435 /* ແຊ້ມ */ 127383 wikitext text/x-wiki '''ລາວ ພຣີເມຍລີກ 1''' ທີ່ຮູ້ຈັກກັນໃນນາມ '''ເປບຊີ ລາວລີກ 1''' ດ້ວຍເຫດຜົນການສະໜັບສະໜຸນ (ລີກລາວໃນເມື່ອກ່ອນ), ເປັນລີກບານເຕະອາຊີບທີ່ເປັນຕົວແທນຂອງຂະແໜງກິລາສູງສຸດໃນ[[ປະເທດລາວ|ລາວ]]. ລີກແມ່ນປະກອບດ້ວຍ 10 ສະໂມສອນ. [[ຮູບ:Lao1.png|thumb|ໂລໂກ້ ເປບຊີ ລາວລີກ 1]] == ທີມງານແລະສະຫນາມກິລາ == ມີທັງໝົດ 8 ທີມເຂົ້າຮ່ວມການແຂ່ງຂັນ ລາວລີກ 1 ລະດູການ 2023. {| class="wikitable sortable" !ທີມງານ ! ສະຖານທີ່ ! ສະຫນາມກິລາ ! ຄວາມອາດສາມາດ |- | ຈຳປາສັກ FC | [[ແຂວງຈຳປາສັກ|ແຂວງຈໍາປາສັກ]] | ສະໜາມກິລາແຂວງຈຳປາສັກ | 12,000 |- | ເອຊະຣາ | [[ວຽງຈັນ]] | ສະໜາມກິລາແຫ່ງຊາດລາວໃໝ່ | 25,000 |- | [[ສະໂມສອນກິລາບານເຕະ ກອງທັບ (ລາວ)|ກອງທັບລາວ]] | [[ວຽງຈັນ]] | ສະໜາມກິລາກອງທັບ ກມ5 | 1,000 |- | ຫຼວງພະບາງ FC | [[ແຂວງຫຼວງພະບາງ]] | ສະໜາມກິລາຫຼວງພະບາງ | 12,000 |- | Master 7 FC | [[ວຽງຈັນ]] | ສະໜາມກິລາແຫ່ງຊາດລາວໃໝ່ | 25,000 |- | ນ້ຳທາ United | [[ແຂວງຫຼວງນໍ້າທາ|ແຂວງຫຼວງນ້ຳທາ]] | ສະໜາມກິລາຫຼວງນ້ຳທາ | 1,00 |- | Viengchanh FC | [[ແຂວງວຽງຈັນ]] | ມະຫາວິທະຍາໄລແຫ່ງຊາດ | 5,000 |- | ຫນຸ່ມຊ້າງ | [[ວຽງຈັນ]] | ສະໜາມກິລາແຫ່ງຊາດລາວໃໝ່ | 25,000 |} == ແຊ້ມ == {| class="wikitable" style="text-align: center;" |'''ປີ''' |'''ແຊ້ມ''' |- |1990 |[[ສະໂມສອນກິລາບານເຕະ ກອງທັບ (ລາວ)|ກອງທັບລາວ]] (1) |- |1991 |[[ສະໂມສອນກິລາບານເຕະ ກອງທັບ (ລາວ)|ກອງທັບລາວ]] (2) |- |1992 |[[ສະໂມສອນກິລາບານເຕະ ກອງທັບ (ລາວ)|ກອງທັບລາວ]] (3) |- |1993 |ສະຫວັນນະເຂດ FC (1) / [[ສະໂມສອນກິລາບານເຕະ ກອງທັບ (ລາວ)|ກອງທັບລາວ]] (4) |- |1994 |[[ສະໂມສອນກິລາບານເຕະ ກອງທັບ (ລາວ)|ກອງທັບລາວ]] (5) |- |1995 |ປາກເຊ FC (1) / Education Team (1) |- |1996 |[[ສະໂມສອນກິລາບານເຕະ ກອງທັບ (ລາວ)|ກອງທັບລາວ]] (6) |- |1997 |ໄຊຍະບູລີ FC (1) / [[ສະໂມສອນກິລາບານເຕະ ກອງທັບ (ລາວ)|ກອງທັບລາວ]] (7) |- |1998 |ແຂວງ ຄໍາມ່ວນ Team (1) |- |1999 |''ບໍ່ຮູ້ຈັກ'' |- |2000 |''ບໍ່ຮູ້ຈັກ'' |- |2001 |[[Lao Bank F.C.]] (1) |- |2002 |MCTPC FC (1) |- |2003 |MCTPC FC (2) |- |[[Championnat du Laos de football 2004|2004]] |[[Yotha F.C|MCTPC FC]] (3) |- |[[Championnat du Laos de football 2005|2005]] |[[Vientiane Football Club|ວຽງຈັນ FC]] (1) |- |2006 |[[Vientiane Football Club|ວຽງຈັນ FC]] (2) |- |2007 |[[Lao-American College Football Club|Lao-American College FC]] (1) |- |2008 |[[ສະໂມສອນກິລາບານເຕະ ກອງທັບ (ລາວ)|ກອງທັບລາວ]] (8) |- |2009 |''ບໍ່ໄດ້ຈັດຂຶ້ນ'' |- |2010 |Lao Bank FC (2) |- |[[Championnat du Laos de football 2011|2011]] |Yotha F.C. (1) |- |[[Championnat du Laos de football 2012|2012]] |Lao Police Club (1) |- |[[Championnat du Laos de football 2013|2013]] |SHB ຈຳປາສັກ (1) |- |[[Championnat du Laos de football 2014|2014]] |[[ຮວ່າງແອງ ອັດຕະປື F.C.|ຮວ່າງແອງ ອັດຕະປື]] (1) |- |[[Championnat du Laos de football 2015|2015]] |[[ສະໂມສອນບານເຕະຈັນທະບູລີ|ລາວ ໂຕໂຢຕ້າ]] (1) |- |[[Championnat du Laos de football 2016|2016]] |[[ສະໂມສອນລ້ານຊ້າງຢູໄນເຕັດ|ລ້ານຊ້າງຢູໄນເຕັດ]] (1) |- |[[Championnat du Laos de football 2017|2017]] |[[ສະໂມສອນບານເຕະຈັນທະບູລີ|ລາວ ໂຕໂຢຕ້າ]] (2) |- |[[Championnat du Laos de football 2018|2018]] |[[ສະໂມສອນບານເຕະຈັນທະບູລີ|ລາວ ໂຕໂຢຕ້າ]] (3) |- |[[Championnat du Laos de football 2019|2019]] |[[ສະໂມສອນບານເຕະຈັນທະບູລີ|ລາວ ໂຕໂຢຕ້າ]] (4) |- |[[Championnat du Laos de football 2020|2020]] |[[ສະໂມສອນບານເຕະຈັນທະບູລີ|ລາວ ໂຕໂຢຕ້າ]] (5) |- |[[Championnat du Laos de football 2021|2021]] |''ແຊ້ມຖືກຍົກເລີກ'' |- |[[Championnat du Laos de football 2022|2022]] |[[ສະໂມສອນບານເຕະ ຊ້າງເຜືອກ|ຊ້າງເຜືອກ]] (1) |- |[[Championnat du Laos de football 2023|2023]] |[[ສະໂມສອນບານເຕະ ຊ້າງເຜືອກ|ຊ້າງເຜືອກ]] (2) |- |2024–25 |[[ສະໂມສອນບານເຕະເອສຣາ|ເອສຣາ]] (1) |- |2025–26 |[[ສະໂມສອນບານເຕະເອສຣາ|ເອສຣາ]] (2) |} 6a10pilfwfh3gxjyhy7aj5x5s459y2y